ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ

(GMT+08:00) 2011-11-16 16:04:57     cri
ຕາມ​ຂ່າວຈາກ​ເວັບ​ໄຊ​ໜັງສືພິມ​ມະຕິ​ຊົນ​ຂອງ​ໄທ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກ​ລັດຖະ​ມົນຕີ​ໄທ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ​ແ​ຫ່ງອິນ​ໂດ​ເນ​ເ​ຊຍ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ເກາະ​ບາ​ຫຼີຂອງ​ທ່ານ​ນາງ​ຍິ່ງ​ລັກ​ຄັ້ງ​ນີ້​ມີ3​ເປົ້າ​ໝາຍ​ອັນ​ສຳຄັນ, ຄື, ຟື້ນ​ຟູ​ຄວາມ​ເຊື່ອ​ໝັ້ນ​ຂອງ​ໂລກ​ທີ່​ມີ​ຕໍ່​ເສດ​ຖະກິດ​ຂອງ​ໄທ, ຮັກສາ​ບົດບາດ​ອັນ​ສຳຄັນ​ຂອງ​ໄທ​ໃນ​ຂະ​ບວນ​ການ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ; ຖັດມາ, ​ແມ່ນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອື່ນໆ​ໃນ​ການ​ກູ້​ໄພ​ແລະ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພພິ​ບັດ, ຖອດ​ຖອນ​ບົດຮຽນ​ນຳປະ​ເທດ​ອື່ນ​ໃນ​ການ​ນຳ​ໃຊ້​ຊັບພະຍາ​ກອນ​ນ້ຳ​ຢ່າງ​ສົມ​ເຫດ​ສົມ​ຜົນ; ​ແລະ​ເປົ້າ​ໝາຍສຸດ​ທ້າຍ, ​ແມ່ນ​ເພື່ອ​ກ່າວ​ເນັ້ນ​ວ່າການ​ສ້າງ​ປະຊາ​ຄົມ​ອາ​ຊຽນຈະ​ສາມາດ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ​ເຊັ່ນ​ໄພ​ທຳ​ມະ​ຊາດ, ວິ​ກິດ​ການ​ການ​ເງິນ​ໂລກ​ແລະ​ໄພ​ຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ