ມູນ​ຄ່າການ​ຄ້າລ​ະຫວ່າງ​ຈີນ​ອາຊຽນ​ໃນ20ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ37​ເທົ່າ

(GMT+08:00) 2011-11-16 16:13:55     cri
ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ບົດ​ລາຍ​ງານພາຍ​ໃຕ້​ຫົວ​ເລື່ອງ​ວ່າ"ການ​ຮ່ວມ​ມື​ຈີນ​ອາ​ຊຽນຕ່​ປີ1991​ຮອດ​ປີ2011"​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ20ປີ​ຜ່ານມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ຊຽນ​ໄດ້​ຮັກ​ສາ​ທ່າ​ອ່ຽງ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ, ຂະ​ໜາດ​ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ37​ເທົ່າ.

ໃນ20ປີ​ຜ່ານມາ, ມູນ​ຄ່າ​ການຄ້າ​ລະຫວ່າງ​ຈີນ​ອາ​ຊຽນ​ໄດ້​ເພີ່ມຈາກ​7ຕື້​960ລ້ານ​ໂດ​ລາ​ໃນ​ປີ1991ຂຶ້ນ​ເປັນ292​ຕື້780ລ້ານ​ໂດ​ລາ​ໃນ​ປີ2010, ​ສະ​ເລ່ຍ​ແລ້ວເພີ່ມ​ຂຶ້ນ​ຫຼາຍ​ກວ່າ20%ຕໍ່​ປີ.

ໃນ6​ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ​ອາຊຽນ​ໄດ້​ເພີ່ມ​ຂຶ້ນ25%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ເຊິ່ງ​ມີ​ເຖິງ171​ຕື້120ລ້ານ​ໂດ​ລາ. ຈີນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ1ຂອງ​ອາ​ຊຽນ, ອາ​ຊຽນກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ3ຂອງ​ຈີນ.

ຂໍ້​ມູນ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ເປີດ​ເຜີຍ​ສະບັບ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລົງທຶນ​ຕໍ່​ກັນ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ, ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້, ​ໄດ້​ລົງທຶນ​ຕໍ່​ກັນ​ເກືອບ80ຕື້​ໂດ​ລາ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ລົງທຶນ​ຂອງ​ຈີນ​ຢູ່​ອາ​ຊຽນ​ໄດ້​​ເລີ່​ມຈາກ​ບ່ອນບໍ່​ມີ​ກາຍ​ເປັນ​ມີ, ຈາກ​ຈຳນວນ​ໜ້ອຍ​ກາຍ​ເປັນ​ຈຳ​ນວນ​ຫຼາຍ, ອາ​ຊຽນ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ອັນ​ສຳຄັນ​ໃນ​ການ​ລົງທຶນ​ຂອງວິ​ສາ​ຫະກິດ​ຈີນ​ຢູ່​ຕ່າງປະ​ເທດ. ພາຍ​ໃຕ້​ການ​ລິ​ເລີ່​ມຂອງ​ຈີນ, ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ຈີນ​ອາ​ຊຽນ, ສະຫະ​ພັນ​ທະນາ​ຄານ​ຈີນ​ອາ​ຊຽນ​ຕິດຕາມ​ກັນມາ, ​ເຊິ່ງ​ກາຍ​ເປັນ​ເວທີ​ທີ່ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ຂອງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ