ຂະ​ແໜງ​ການ​ທີ່​ຕ້ອງ​ການ​ກຳລັງ​ແຮງ​ງານ​ເປັນ​ຈຳ​ນວນ​ຫຼາຍ​ໄດ້​ຍ້າຍ​ໄປ​ສູ່​ອິນ​ໂດ​ເນ​ເຊຍນັບ​ມື້​ນັບ​ຫຼາຍ​ຂຶ້ນ

(GMT+08:00) 2011-11-16 16:30:33     cri
ຂໍ້​ມູນ​ຫຼ້າ​ສຸດ​ຂອງ​ສະຫະພັນ​ແຜ່ນ​ແພ​ແລະ​ເຄື່ອງ​ນຸ່ງ​ຫົ່ມອາຊີ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ມີ​ຄວາມ​ໝັ້ນ​ທ່ຽງ​ທາງ​ດ້ານ​ການ​ເມືອງ​ແລະ​ຊົນ​ຊັ້ນ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ເພີ່ມ​ຂຶ້ນ​ເລື້ອຍໆ, ພື້ນຖານ​ເສດ​ຖະ​ກິດ​ຂອງ​ອິນ​ໂດ​ເນ​ເຊຍ​ພັດທະ​ນາ​ເປັນ​ຢ່າງ​ດີ, ຂະ​ໜາດ​ການ​ລົງທຶນ​ຂອງ​ນັກທຸ​ລະກິດ​ຕ່າງ​ປະ​ເທດ​ຢູ່​ອິນ​ໂດ​ເນ​ເຊຍ​ກໍ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ວ່າ​ເງິນ​ເດືອນ​ຢູ່​ເຂດ​ແຄມ​ທະ​ເລ​ແຜ່ນ​ດິນ​ໃຫຍ່​ຈີນ​ແລະ​ຫວຽດ​ນາມ​ສູງ​ຂຶ້ນ, ​ແລະ​ກຳ​ລັງ​ແຮງ​ງານ​ຫຼຸດ​ໜ້ອຍ​ລົງ, ຂະ​ແໜງ​ການ​ທີ່​ຕ້ອງ​ການ​ແຮງ​ງານ​ເປັນຈຳ​ນວນ​ຫຼວງ​ຫຼາຍ, ​ເຊັ່ນ, ການ​ຜະລິດ​ແຜ່ນ​ແພ​ແລະ​ຜະລິດ​ເກີບ​ເປັນ​ຕົ້ນ, ​ໄດ້ຍ້າຍ​ໄປ​ດຳ​ເນີນ​ການຜະລິດ​ຢູ່​ອິນ​ໂດ​ເນ​ເຊຍນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ