ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດ​ອາ​ຊຽນຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ

(GMT+08:00) 2011-11-16 11:03:25     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ15ພະຈິກ​ນີ້, ກອງ​ປະຊຸມລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​​ໄດ້​ຈັດ​ຂຶ້ນຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ, ບັນດາ​ລັດຖະມົນຕີ​ໄດ້​ປຶກສາ​ຫາລື​ກັນ​ຕື່ມ​ອີກກ່ຽວ​ກັບ​ການ​ຊຸກຍູ້​ການ​ສ້າງ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ,ສ້າງ​ອົງ​ການ​ສັນຕິພາບ​ແລະຄວາມປອງ​ດອງ​ກັນ​ໃນ​ອາ​ຊຽນ​ ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ມີ​ຄວາມສົນ​ໃຈ​ນຳ​ກັນ.

​ປະກາດ​ແຈ້ງ​ຂ່າວ​ທີ່​ປະກາດ​ຫຼັງ​ກອງ​ປະຊຸມ​ກ່າວວ່າ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກັນຕື່ມ​ອີກ​ກ່ຽວ​ກັບ​ການ​ຊຸກຍູ້​ການສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ສະພາບ​ການ​ຈັດ​ຕັ້ງປະຕິບັດ "ກົດ​ບັດ​ອາຊຽນ". ​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ການ​ນຳ​ໃຊ້ວິຊາ​ລະບົບ​ດຽວ​ກັນຂອງ​ອາ​ຊຽນ​ໃຫ້​ແກ່​ປະຊາຊົນ​ຂອງ​ບັນດາ​ປະ​ເທດ​ນອກອາ​ຊຽນ,ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນກ່ຽວ​ກັບ​ການ​ດຳ​ເນີນ​ການ​ຄົ້ນຄວ້າ​​ຄວາມ​ອາດ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ເລື່ອງ​ນີ້,​ເພື່ອ​ເລັ່ງ​ລັດ​ຊຸກຍູ້​ຂະ​ບວນການ​ນຳ​ໃຊ້​ວິຊາ​ລະບົບ​ດຽວ​ກັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມ​ຍັງ​​ໄດ້​ເຫັນ​ດີ​ຕໍ່​ການ​ຍື່ນ​ຂໍ້​ສະ​ເໜີ​ທີ່​ສ້າງ​ຕັ້ງ​ອົງການ​ສັນຕິພາບ​ແລະ​ຄວາມ​ປອງ​ດອງ​ກັນ​ໃນອາ​ຊຽນ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ. ອົງການ​ທີ່ມີ​ຈຸດປະສົ​ງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ພາຍ​ໃນ​ພາກ​ພື້ນນີ້​ຄາດ​ວ່າ​ຈະ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ປີ2012.

ນອກ​ນີ້,ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຍັງ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ປະຕິບັດ "ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນທະ​ເລ​ຈີນ​ໃຕ້",ການ​ຊ່ວຍ​ກູ້​ໄພ​ນ້ຳ​ຖ້ວມ​ແລະ​ການ​ຮ່ວມ​ມື​​ໃນພາກ​ພື້ນຫຼັງ​ການ​ສ້າງສາ​ຄືນ​ໃໝ່, ​ເບຼຊິນ​ສະ​ເໜີ​ເຂົ້າ​ເປັນ​ພາຄີ​ໃນ "ສົນທິສັນຍາ​ໄມຕີ​ຈິດ​ແລະ​ຮ່ວມ​ມື​ໃນ​ພາກ​ພື້ນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້",​ ສະຖານະ​ການ​ຂອງ​ແຫຼມ​ເກົາຫຼີ​,​ບັນຫາ​ຕາ​ເວັນ​ອອກ​ກາງ​​ແລະ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ອື່ນໆຕື່ມ​ອີກ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ