ສະພາ​ເອີ​ລົບຮັບຮອງ​ກົດໝາຍ​ເພື່ອ​ໂຈມ​ຕີ​ວິ​ກິດ​ການດ້ານ​ການ​ເງິນ​

(GMT+08:00) 2011-11-16 11:36:38     cri
ວັນ​ທີ15ພະຈິກ​ນີ້, ສະພາ​ເອີ​ລົບ​ໄດ້​ຮັບຮອງ​​ກົດໝາຍສະບັບ​ໜຶ່ງ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຈັດ​ຂຶ້ນ​ຢູ່ສະຕຼັກບວກ​ຂອງຝລັ່ງ,​ເກືອດ​ຫ້າມ​ການ​ກະທຳທີ່ມີ​ການ​ຊື້​ຂາຍ​ທີ່​ລະ​ເມີດ​ສັນຍາ​ສິນ​ເຊື່ອ,ມີ​ຈຸ​ດປະສົງ​ເພື່ອ​ຍົກ​ສູງ​ຄວາມ​​ໂປ່​ງ​​ໃສ​ຂອງ​ການ​ຄ້າທາງ​ດ້ານ​ການ​ເງິນ​ຂອງ​ເຂດ​ໃຊ້​ເງິນ​​ເອີ​​ໂຣ,​ແລະ​​ເປັນ​ການ​ຕອບ​ຕ້ານການ​ກະທຳ​ສວຍ​ໂອກາດ​ທີ່​ແນ​​ໃສ່​ໜີ້​ສິນພາກ​ລັດ.

ກົດໝາຍ​ສະບັບດັ່ງກ່າວຈະ​ສະໜອງ​ຂອບ​ເຂດ​ອຳນາດ​ທີ່​ໃຫຍ່​ກວ່​າ​ເກົ່າ​ໃຫ້​ແກ່​ກົມການ​ຄຸ້ມ​ຄອງ​ຫຼັກຊັບ​ແລະຕະຫຼາດ​ເອີ​ລົບ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ຄວາມ​ໂປ່​ງ​ໃສ​ຂອງ​ການ​ຄ້າ​ດ້ານ​ການ​ເງິນ. ກົດໝາຍ​ໄດ້​ເກືອດ​ຫ້າມ "ການ​ກະທຳ​ທີ່​ມີ​ການ​ຊື້​ຂາຍ​ທີ່​ລະ​ເມີດ​ສັນຍາ​ສິນ​ເຊື່ອ​ໝົດ".ຖ້າ​ຫາກ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ,ອົງການ​ການ​ເງິນ​ກໍ່​ຈະບໍ່​ສາມາດ​ດຳ​ເນີນ​ການ​ຊື້​ຂາຍ​ກັນທີ່​ບໍ່​ຢູ່​ໃນ​ຂອບ​ເຂດ​ສັນຍາ​ສິນ​ເຊື່ອພາຍ​ໃຕ້​ສະພາບ​ການ​ທີ່​ບໍ່​ມີໜີ້ສິນ​ພາກລັດ​ຂອງເກຼັກ​ຫຼື​ອີ​ຕາ​ລີ,ການຊື້​ຂາຍ​ແບບ​ນີ້ເຫັນ​ວ່າ​ແມ່ນ​ການ​ກະທຳ​ທີ່​ສວຍ​ໂອກາດ​ຂອງ​ໜີ້​ສິນພາກ​ລັດ​ທີ່​ກ່ຽວຂ້ອງ.

ມື້​ດຽວ​ກັນ,ສະພາ​ເອີ​ລົບ​ຍັງ​ໄດ້​ຮັບຮອງ​ຜ່ານ​ມະຕິ​ຕົກລົງ​ສະບັບໜຶ່ງ,ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຂອງ​ສະຫະພາບ​ເອີ​ລົບ​ເພີ່ມ​ທະວີ​ການ​ຮ່ວມ​ມື​,ປະສານ​ສົມທົບ​ກັນ​ໃນ​ການ​ຕອບ​ຕ້ານ​ການ​ຫຼິ້ນ​ພະນັນທາງ​ອິນ​ເຕີ​ເນັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ