ຍານ​ອະວະກາດ "​ເສີນ​ໂຈວ່"​ເລກ8​ຈະ​ລົງ​ສູ່​ພື້ນດິນ​ໃນ​ຕອນ​ຄໍ່າ​ວັນ​ທີ17​ພະຈິກ​ນີ້

(GMT+08:00) 2011-11-16 18:00:54     cri

ຍານ​ອະ​ວະ​ກາດ "​ເສີນ​ໂຈ​ວ່"​ເລກ8​ຈະ​ລົງ​ສູ່​ພື້ນດິນ​ຢູ່​ເຂດ​ທີ່​ໄດ້​ກໍ​ດນົດ​ໃນ​ພາກ​ກາງ​ມົງ​ໂກ​ໃນ​ຂອງ​ຈີນ​ໃນ​ຕອນ​ຄໍ່າ​ວັນ​ທີ17​ພະ​ຈິກ​ນີ້. ກອງ​ບັນຊາ​ການ​ຂອງ​ເຂດລົງ​ຈອດແຈ້ງ​ໃຫ້​ຊາບວ່າ, ປະ​ຈຸ​ບັນ, ​ເຂດ​ລົງ​ຈອດ​ຂອງ​ຍານໄດ້​ກຽມພ້ອມ​ແລ້ວ, ​ສະພາບ​ອາກາດ​​ເໝາະ​ສົມ​ກັບ​ການ​ກັບ​ຄືນ​ສູ່​ພາກ​ພື້ນ​ດິນ​ຂອງຍານ​ອະວະກາດ​.

ເມື່ອ​ທຽບ​ໃສ່​ຍານ​ອະ​ວະ​ກາດ "​ເສີນ​ໂຈ​ວ່"​ເລກ7, ​ເວລາ​ເຄື່ອນ​ທີ່ຕາມ​ວົງ​ໂຄ​ຈອນ​ຂອງ​ຍານ​ອະ​ວະ​ກາດ "​ເສີນ​ໂຈວ່"​ເລກ8ຈະ​ຍາວ​ກວ່າ, ​ເຂດ​ລົງ​ຈອດ​ໃນ​ພາກ​ພື້ນ​ດິນ​ໄດ້ຂະ​ຫຍາຍ​ກວ້າງ​ອອກ​ກວ່າ​ເກົ່າ, ​ແລະ​ມີຄວາມ​ຫຍຸ້ງ​ຍາກ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ໃນ​ເວລາກັບ​ຄືນສູ່​ພາກ​ພື້ນດິນ​ໃນ​ຕອນກາງຄືນ. 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ