ຈີນ​ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍຕໍ່ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ທີ່ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ໃນ​ປີ​ນີ້

(GMT+08:00) 2011-11-16 18:37:29     cri

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ16​ພະຈິກ​ນີ້, ທ່ານ​ລິວ​ເວີຍ​ມີນ, ​ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງປະ​ເທດ​ຈີນກ່າ​ວວ່າ, ຈີນ​ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍຕໍ່ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ທີ່ເຂົ້າ​ຮ່ວມ​ກອງ​ປະ​ຊຸມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຢ່າງ​ເປັນ​ທາງ​ການ​ໃນ​ປີ​ນີ້.

ໃນ​ຖານະ​ເປັນ​ຮູບ​ແບບ​ການຮ່ວມ​ມື​ໃໝ່​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຈະ​ສຸມ​ກໍາລັງ​​ເຂົ້າ​ໃນ​ການ​ຊຸກ​ຍູ້​ຂະ​ບວນການອາຊີ​ຕາ​ເວັນ​ອອກ​ເຊື່​ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ບັນລຸ​ເປົ້າ​ໝາຍ​ປະ​ຊາ​ຄົມ​ອາຊີ​ຕາ​ເວັນ​ອອກ. ເຂົ້າຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຄັ້ງ​ນີ້​ລວມມີ1​0ປະ​ເທດ​ອາ​ຊຽນ, ຈີນ, ຍີ່​ປຸ່ນ, ສ. ​ເກົາ​ຫລີ, ອິນ​ເດຍ, ອົສ​ຕຼາລີ​ແລະ​ນູ​ແວນ​ເຊ​ລັງ. ສ່ວນອາ​ເມ​ລິ​ກາ​ແລະຣັດ​ເຊຍ​ເປັນ​ປະ​ເທດ​ສະມາ​ຊິກ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ເປັນ​ເທື່ອ​ທໍາ​ອິດ​ໃນ​ປີ​ນີ້, ກົນ​ໄກ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ຂະ​ຫຍາຍ​ກວ້າງ​ອອກ​ເປັນ10+8.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ