ບົດ​ລາຍ​ງານ​ຂອງIMF​ແລະ​ທະນາຄານ​ໂລກ​ກ່າວ​ວ່າ​​ໂດຍ​ລວມ​ແລ້ວລະບົບ​ທະນາຄານ​ຂອງ​ຈີນ​ມີ​ຄວາ​ມໝັ້ນ​ທ່ຽງ

(GMT+08:00) 2011-11-16 15:23:58     cri
ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ທີ່​ອົງການ​ກອງ​ທຶນ​ສາກົນ ຫຼື IMF ​ແລະ​ທະນາຄານ​ໂລກ ຫຼື WB ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ​ໃນວັນ​ທີ15ພະຈິກ​ນີ້ ຊີ້​ອອກ​ວ່າ, ລະບົບ​ທະນາຄານ​ຂອງ​ຈີນ​ໂດຍ​ລວມ​ແລ້ວ​ຍັງ​ມີ​ຄວາມໝັ້ນ​ທ່ຽງ, ສາມາດຮັບ​ມື​ກັບວິ​ກິດ​ການ​ການ​ເງິນສາກົນ​​ໄດ້​ເປັນ​ຢ່າງ​ດີ.

ບົດ​ລາຍ​ງານ​ຂອງIMF ຊີ້​ອອກ​ວ່າ, ການ​ທົດ​ລອງ​ຕໍ່ຄວາມ​ກົດ​ດັນ​ຂອງ​ທະນາຄານ​ການ​ຄ້າ17​ແຫ່ງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ສ​ະ​ແດງ​ໃຫ້​ເຫັນ​ວ່າ, ທະນາຄານ​ສ່ວນ​ຫຼາຍ​ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ຜົນ​ກະທົບ​ຮ້າຍ​ແຮງ​ໃນ​ດ້ານ​ຕ່າງໆ​ທີ່​​ເກີດ​ຂຶ້ນ​ແຕ່​ລະ​ຢ່າງ ຄື ຄຸນ​ນະພາ​ບຊັບ​ສິນຊຸດ​ໂຊມ​ລົງ​ຢ່າງ​ຫຼວງ​ຫຼາຍ ​ເຊິ່ງລວມທັງ​ການປັບ​ຂອງ​ຕະຫຼາດ​ອະສັງຫາລິມະ​ຊັບ, ການ​ປ່ຽນ​ແປງ​ຂອງ​ເສັ້ນ​ອັດຕາ​ກຳ​ໄລ່ ​ແລະ​ການ​ປ່ຽນ​ແປງ​ຂອງ​ອັດຕາ​ແລກປ່ຽນ.

ບົດ​ລາຍ​ງານ​ເຫັນ​ວ່າ, ມາດ​ຕະການ​ປະຕິ​ຮູບ​ທີ່​ຂະ​ແໜງ​ການ​ທະນາຄານ​ຂອງ​ຈີນ​ປະຕິບັດ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ ​ໄດ້​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ທະນາຄານ​ຂອງ​ຈີນ​ຫັນ​ເປັນຂະ​ແໜງ​ການ​ທະນາຄານ​ການ​ຄ້າ​ຢ່າງ​ແຂງ​ແຮງ, ​ເຮັດ​ໃຫ້​ຕົ້ນ​ທຶນ​ແລະ​ຄວາມ​ສາມາດ​ສ້າງ​ຜົນ​ກຳ​ໄລ່​ຂອງ​ສະ​ຖາ​ບັນ​ການ​ເງິນ​ໃນ​ຂະ​ແໜງ​ການທະນາຄານ​ຂອງ​ຈີນ​​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ຄວາມ​ສາມາດ​ໃນ​ການ​ຄວບ​ຄຸມ​ຄວາ​ມສ່ຽງ​ແລະ​ຄຸນ​ນະພາ​ບຂອງຊັບ​ສິນ​ກໍ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ທ້າຍ​ປີ2010ຜ່ານ​ມາ, ອັດຕາ​ພຽງພໍ​ຂອງ​ຜູ້​ລົງທຶນ​ຂອງ​ທະນາຄານ​ການ​ຄ້າ​ຈີນ​ແມ່ນ12,17%, ອັດຕາ​ເງິນ​ຕູ້ດ້ອຍຄຸນ​ນະພາ​ບ​ແມ່ນ1,13%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ