ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ແຜ່ນ​ແພ​ຂອງ​ຫວຽດ​ນາມ​ໃນ​ປີ​ນີ້​ອາດ​ຈະ​​ບັນ​ລຸ​ເປົ້າ​ໝາຍ​ຫຼາຍ​ກວ່າ​13​ຕື້​ໂດ​ລາ

(GMT+08:00) 2011-11-16 18:21:20     cri
ຕາມ​ຂ່າວສານ​ຊິນ​ຮວາ:ຕາມ​ສະຖິຕິ​ຫຼ້າສຸດ​ຂອງ​ສະພາ​ອຸດສາຫະກຳແຜ່ນ​ແພຫວຽດ ນາມສະ​ແດງ​ໃຫ້​ເຫັນ​ວ່າ,​ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ແຜ່ນ​ແພ​ຂອງ​ຫວຽດ​ນາມ​ໃນ​10​ເດືອນ​ຂອງ​ປີ​ນີ້​ມີ​ເຖິງ​11​ຕື້​700​ລ້ານ​ໂດ​ລາ,​ຕາມ​ທ່າ​ອຽງ​ໃນ​ປະ​ຈຸ​ບັນ​ນີ້,​ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ແຜ່ນ​ແພ​ໃນ​ປີ​ນີ້​ຈະ​ຫຼາຍ​ກວ່າ​13​ຕື້​ໂດ​ລາ.

ສະພາ​ອຸດ​ສາ​ຫະ​ກຳ​ແຜ່ນ​ແພ​ຫວຽດນາມ​ກ່າວ​ວ່າ,ປະຈຸ​ບັນ​ນີ້,ອາ​ເມ​ລິ​ກາ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ຍັງ​ແມ່ນ​ຕະ​ຫຼາດ​ສົ່ງ​​ອອກ​ຜະ​ລິດ​ຕະ​ພັນ​ແຜ່ນ​ແພ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ,​ສ່ວນ​ຕະ​ຫຼາດ​ຂອງ​ຍີ່​ປຸ່ນ,​ຣັດ​ເຊຍ,​ເຂດ​ຕາ​ເວັນ​ອອກ​ກາງ​ແລະ​ເຂດ​ອາ​ຊີ​ປາ​ຊິ​ຟິກ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ