ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຈະ​ເຜີຍ​ແຜ່ "​ຖະ​ແຫຼງ​ການ​ບາ​ຫຼີ",​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ

(GMT+08:00) 2011-11-16 18:24:46     cri
ຕາມ​ຂ່າວສານ​ຈີນ:ວັນ​ທີ16​ພະຈິກ​ນີ້,ຢູ່​ເກາະ​ບາຫຼີ,ທ່ານ​ໂຈ​ຮາຣີ ​ໂອ​ຣັດ​ມານ​ກຸນ,​ຫົວ​ໜ້າ​ກົມ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ຂອງ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ອາ​ຊຽນ ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລະ​ຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ​ໃນ​ດ້ານ​ຄວາມ​ປອດ​ໄພ,​ການ​ເມືອງ,​ເສດ​ຖະ​ກິດ,​ແລະ​ວັດ​ທະ​ນະ​ທຳ​ສັງ​ຄົມ.

ຕາມ​ຂ່າວ​ແຈ້ງວ່າ,ກອງ​ປ​ະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ19​ທີ່​ຈະ​​ໄຂ​ຂຶ້ນ​ໃນ​ວັນ​ທີ​17​ພະ​ຈິກ​ນີ້​ຈະ​ເຜີຍ​ແຜ່"ຖະ​ແຫຼງ​ການ​ບາ​ຫຼີ".​ທ່ານ​ບານ​ກີ​ມູນ,​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຈະ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ນີ້,​ແລະ​ຫວັງ​ຢາກ​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ກາຍ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ,​ແລະ​ມີ​ຂອບ​ເຂດ​ການ​ຮ່ວມ​ມື​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ