ທ່ານ​ນາງ​ອາ​ໂຣ​ໂຢ,​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຖືກ​ຫ້າມ​ບໍ່​ໃຫ້​ອອກ​ໄປ​ຕ່າງ​ປະ​ເທດ

(GMT+08:00) 2011-11-16 18:28:22     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ15​ພະຈິກ​ນີ້,​ກົມ​ຊາວ​ຍົກ​ຍ້າຍ​ຂອງ​ຟິ​ລິບ​ປິນ​ຫ້າມ​ບໍ່​ໃຫ້​ທ່ານ​ນາງມາ​ເຣຍ ກຼໍ​ເຣຍ ມາ​ກາ​ປາ​ການ ອາ​ໂຣ​ໂຢ,​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ອອກ​ໄປ​ປິ່ນ​ປົວ​ພະ​ຍາດ​ຢູ່​ສິງ​ກະ​ໂປ.

ໃນ​ຕອນ​ຄ່ຳ​ວັນ​ທີ15​ພະຈິກ​ນີ້,​ໃນ​ເວລາ​ທ່ານ​ນາງອາ​ໂຣ​ໂຢ​ປະກອບ​ເອກະສານ​ອອກ​ນອກ​ປະ​ເທດ​ຢູ່​ສະ​ໜາມ​ບິນ​ສາ ກົນ​ນິ​ໂນ ອາ​ກີ​ໂນ,​ເພື່ອ​ເດີນ​ທາງ​ໄປ​ປິ່ນ​ປົວ​ພະ​ຍາດ​ໝອນ​ກະ​ດູກ​ຄໍ​ຢູ່​ສິງ​ກະ​ໂປ,​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຂອງ​ກົມ​ຊາວ​ຍົກ​ຍ້າຍ​ປະ​ຕິ​ເສດ​ຕໍ່​ການ​ເດີນ​ທາງ​ຂອງ​ນາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ