ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ບັນ​ລຸ​ຄວາມ​​ໝັ້ນ​ທ່ຽງ​ໃນ​ຂັ້ນ​ພື້ນ​ຖານ,​ການ​ຕຳ​ໜິ​ຕໍ່​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ໄຮ້​​ເຫດ​ຜົນ

(GMT+08:00) 2011-11-16 18:34:03     cri

ວັນ​ທີ16​ພະຈິກ​ນີ້,ທ່ານ​ເສິນ​ຕ່າ​ນຢາງ,​ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ບັນ​ລຸ​ຄວາມ​ໝັ້ນ​ທ່ຽງ​ໃນ​ຂັ້ນ​ພື້ນ​ຖານ,​ບາງ​ປະ​ເທດ​ມີ​ຕຳ​ໜິ​ຕໍ່​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ໂດຍ​ບໍ່​ມີ​ຫຼັກ​ອ້າງ​ອີງ,​ທັງ​ບໍ່​ມີ​ເຫດ​ມີ​ຜົນ.

ທ່ານ​ເສິນ​ຕ່າ​ນຢາງ​ກ່າວ​ວ່າ,​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້,ການ​ໄດ້​ປຽບ​ດຸນ​ການ​ຄ້າ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ຕື່ມ​ອີກ,​ກວມ​ປະ​ມານ​1,4%​ຂອງ​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື​GDP​ຂອງ​ຈີນ,​ການ​ຄ້າ​ກັບ​ຕ່າງ​ປະ​ເທດ ​ເຊິ່ງ​ລວມ​ທັງ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ແມ່ນ​ຢູ່​ໃນ​ສະ​ພາບ​ທີ່​ມີ​ຄວາມ​ສະ​ໝ່ຳ​ສະ​ເໝີ​ກັນ​ໃນ​ຂັ້ນ​ພື້ນ​ຖານ.

ທ່ານ​ກ່າວ​ວ່າ,ພາຍ​ໃຕ້​ສະພາບ​ການ​ທີ່​ເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ການ​ໄດ້​ປຽບ​ດຸນ ການ​ຄ້າ​ຂອງ​ຈີນ​ຕໍ່​ອາ​ເມ​ລິ​ກາ​ບໍ່​ໄດ້​ຫຼຸດ​ລົງ​ແຕ່​ພັດ​ເພີ່ມ​ຂຶ້ນ,​ສາ​ເຫດ​ສຳ​ຄັນ​ອາດ​ຈະ​ມີ​ສອງ​ອັນ,​ຄື ໜຶ່ງ,​ແມ່ນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ເກີດ​ມີ​ບັນ​ຫາ;​ສອງ​ແມ່ນ​ອາ​ເມ​ລິ​ກາ​ໄດ້​ໃຊ້​ມາດ​ຕະ​ການ​ແບບ​ຈຳ​ກັດ​ແລະ​ຈຳ​ແນກ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ສົ່ງ​ອອກ​ໃຫ້​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ