ທ່ານ​ຫຼີ​ເຄິ້ຊຽງກ່າວ​ວ່າຈີນ​ຈະ​ຮັບ​ເອົາ​ທັດສະນະ​ແລະ​ບົດຮຽນ​ທີ່​ດີ​ໃນການ​ຄຸ້ມ​ຄອງ​​​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈາກ​ຕ່າງປະ​ເທດມາ​ນຳ​ໃຊ້​

(GMT+08:00) 2011-11-17 11:27:28     cri
ວັນ​ທີ16ພະຈິກ​ນີ້​,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຫຼີ​ເຄີ້ຊຽງ,ຮອງ​ນາຍົກລັດ ຖະມົນຕີຈີນ​ກ່າວ​ວ່າ,​ໃນ​5 ປີ​ຕໍ່ຫນ້າ​ນີ້,ຈີນຈະ​ບັນລຸ​ການ​ພັດທະນາ​ເສດຖະກິດ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ໄວ​ສົມຄວນ​ໃນ​ການ​ປ່ຽນ​ແປງ​ຮູບ​ການພັດທະນາແລະ​ປະດິດ​ສ້າງ​ໃຫມ່,​ເພື່ອ​ຊຸກ​ຍູ້ການ​ສ້າງສາ​ອາ​ລິ​ຍະ​ທຳ​ດ້ານຊີວະ​ພາບ.

ທ່ານ​ຫຼີ​ເຄິ້ຊຽງ​ໄດ້​ກ່າວ​ຄວາມ​​ເວົ້ານີ້ໃນ​​ກອງ​ປະຊຸມ​ປະຈຳ​ປີ2011ຂອງ ຄະນະ​ກຳມະການການ​ຮ່ວມ​ມື​ສາກົນທາງ​ດ້ານ​​ສິ່ງ​ແວດ​​ລ້ອມ​ແລະ​ການ​ພັດທະນາ​ຂອງ​ຈີນ.ທ່ານ​ກ່າວ​ວ່າ,​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ພາລະກິດ​ຮ່ວມ​ຂອງ​ມວນມະນຸດ,ຈີນ​ຈະ​​ເຂົ້າ​ຮ່ວມ​ການຮ່ວມ​ມືດ້ານ​ສິ່ງ​ແວດ​ລ້ອມ​ສາກົນ​ດ້ວຍ​ທ່າ​ທີ​ທີ່​ມີ​ຄວາມຮັບຜິດຊອບ, ​ຮັບ​ເອົາ​ທັດສະນະ​ແລະ​ບົດຮຽນ​ທີ່​ດີ​ໃນການ​ຄຸ້ມ​ຄອງ​​​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈາກ​ຕ່າງປະ​ເທດມາ​ນຳ​ໃຊ້​ເພື່ອ​ຊຸກຍູ້​ການ​ສ້າງສາ​ອາ​ລິ​ຍະ​ທຳຊີວະ​ພາບ​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ຫຼີ​ເຄິ້ຊຽງ​ກ່າວ​ວ່າ,ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ທົ່ວ​ໂລກ​ຢ່າງ​ຕັ້ງຫນ້ານັ້ນ​ແມ່ນ​ມາດ​ຕະການ​ທາງ​ດ້ານ​ຍຸດທະສາ​ດ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ.ຈີນຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​ປະຊາ​ຄົມ​ໂລກ,​ເພື່ອ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນຟ້​າອາກາດ​"ເດິ​ບັນ"​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ,​ແລະ​ທຳ​ການປະກອບສ່ວນ​ໃຫມ່​ເຂົ້າ​ໃນ​ພາລະກິດ​ການ​ພັດທະນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ