ນາຍົກ​ລັດຖະມົນຕີ​ຜູ່​ໃຫມ່​ຂອງ​ອີ​ຕາລີຂຶ້ນຮັບຕຳ​ແຫນ່​ງຢ່າງ​ເປັນ​ທາງ​ການ

(GMT+08:00) 2011-11-17 11:39:56     cri

ວັນ​ທີ16 ພະຈິກ​ນີ້,ທ່ານ​ມາ​ລີ​ໂອ ມອນ​ທີ,ນາຍົກ​ລັດຖະມົນຕີ​ລັດຖະບານ​ຊົ່ວຄາວ​ຂອງ​ອີ​ຕາ​ລີ​ໄດ້​ສຳ​ເລັດພິທີ​ສາບານຕົວ​ຂຶ້ນ​ຮັບ​ຕຳ​ແຫນ່​ງ​ແລະມອບຮັບ​ອຳນາດ,​​ໃນ​ການເຂົ້າ​ບໍລິຫານ​ວຽກ​ງານຂອງລັດຖະບານ.


ມື້​ດຽວ​ກັນ,ທ່ານ​ມອນ​ທີ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ຂອງ​ສະມາຊິກຄະນະ​ລັດຖະບານ,ລັດຖະມົນຕີ​ທັງ​ຫມົດ​ລ້ວນ​ແຕ່​ແມ່ນຜູ່​ຊ່ຽວຊານ,ບໍ່​ໄດ້​ແຕ່ງ​ຕັ້ງ​ບຸກຄົນ​ທາງ​ການ​ເມືອງ​ຂອງ​ພັກ​ຝ່າຍ​ຕ່າງໆ,ຫຼັງ​ຈາກ​ນັ້ນ,ສະມາຊິກ​ຄະນະ​ລັດຖະບານ​ຊຸດ​ໃຫມ່​ໄດ້​ຈັດ​ພິທີ​ສາບານຕົວຢູ່​ທີ່​ທຳນຽບປະທານ​າທິບໍດີ.


ຕອນ​ຄ່ຳ​ວັນ​ທີ16ພະຈິກ​ນີ້,ທ່ານ​ລູຄັສ ພາພາ​ເດ​ມົສ,ນາຍົກລັດຖະມົນຕີລັດ ຖະບານ​ປະສົມ​ຂອງ​ເກຼັກ​ໄດ້​ເລີ່​ມຈັດການ​ເຈລະຈາ​ກັບ​ຂະ​ແຫນງ​ການ​ທະນາ ຄານ​ກ່ຽວ​ກັບການ​ຫຼຸດ​ຫນີ້​ສິນ​​ໃຫ້​ຫນ້ອຍ​ລົງ,​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ຊ່ອຍ​ເຫຼືອ​ສະບັບ​ໃຫມ່​ທີ່​ຜູ່​ນຳ​ຂອງ​ປະ​ເທດ​ເຂດ​ໃຊ້​ເງິນ​ເອີ​ໂຣ​ໄດ້​ຕົກລົງ​ກັນ​ໃນ​ວັນ​ທີ27 ​ເດືອນ​ຜ່ານ​ມາ.ທຳນຽບນາຍົກລັດຖະມົນຕີ​ເກຼັກ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຂຽນ​ວ່າ,ຕອນ​ຄ່ຳ​ມື້​ດຽວ​ກັນ,ຫຼັງ​ຈາກທ່ານ​ພາພາ​ເດ​ມົສ​ໄດ້ຮັບ​ຄວາມ​​ໄວ້​ວາງໃຈ​ຈາກ​ສະພາ​,ກໍ່​ໄດ້ດຳ​ເນີນ​ການ​ເຈລະຈາ​ກັບ​ທ່ານ​ຈາ​ເລັສ ດາລາຣາ,ຫົວຫນ້າ​ຄະນະ​ບໍລິຫານ​ຂອງ​ສະມາຄົມ​ການ​ເງິນ​ສາກົນ​ກ່ຽວ​ກັບ​ຂະ​ແຫນງ​ການທະນາຄານການ​ຫຼຸດ​ຫນີ້​ສິນຂອງ​ເກຼັກ​ໃຫ້ຫນ້ອຍ​ລົງ 50%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ