ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸ​ລາ​ປີ​ນີ້ ຈີນ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ15,86%,​ໃນ​ນັ້ນ,ທຶນ​ຈາກ​ອາ​ເມ​ລິ​ກາ​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ

(GMT+08:00) 2011-11-17 15:55:25     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຕາມ​ຕົວ​ເລກ​ທີ່​ກະຊວງ​ການ​ຄ້າ​ຈີນ​​ເປີດ​ເຜີຍ​ໃນ​ວັນ​ທີ16​ພະຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້,ຈີນ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ໃນ​ຕົວ​ຈິ​ງມີ​ຈຳນວນ95​ຕື້12​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ15,86%.​ເບິ່ງ​ຈາກ​ດ້ານ​ແຫຼ່ງທຶນ​ຕ່າງປະ​ເທດ​ແລ້ວ,ປະ​ເທດ​ທີ່​ສຳຄັນ​ໃນ​ອາຊີ​​ໄດ້​ເຂົ້າລົ​ງທຶນ​ຢູ່​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ສ່ວນ​ສະຫະພາບ​ເອີ​ລົບ​ແມ່ນ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ,ນັກທຸລະກິດ​ອາ​ເມ​ລິ​ກາ​ລົງທຶນ​ຢູ່​ຈີນ​ຫຼຸດ​​ລົງ​ຕື່ມ​ອີກຢ່າງ​ຫຼວງ​ຫຼາຍ.

ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້,10ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາຊີ​ຄື​ຮົງ​ກົງ,ມາ​ກາວ,​ໄຕ້​ຫວັນ,ຍີ່​ປຸ່ນ,ຟີ​ລິບ​ປິນ,​ໄທ,ມະ​ເລ​ເຊຍ,ສິງກະ​ໂປ,ອິນ​ໂດ​ເ​ນ​ເຊ​ຍ​ແລະ​ສ.​ເກົາຫຼີ​ໄດ້​ລົງທຶນ​ຢູ່​ຈີນ​ຈຳນວນ81​ຕື້896​ລ້ານໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ20,67%,ສ່ວນອາ​ເມ​ລິ​ກາ​ລົງທຶນ​2ຕື້567​ລ້ານ​ໂດ​ລາ,​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແລ້ວ​ໄດ້​ຫຼຸດ​ລົງ18,13%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ