ອີຣານຄັດຄ້ານທຸກອິດ​ທິກຳລັງ​ຕ່າງປະ​ເທດ​ເຂົ້າແ​ຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຊີຣີ

(GMT+08:00) 2011-11-17 16:13:10     cri
ທ່ານ​ອາລີ ອັກ​ບາ ຊາເລ​ຮີ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ​ອີຣານກ່າວ​ໃນ​ວັນ​ທີ16​ພະຈິກ​ນີ້​ວ່າ,​ອີ​ຣານ​ຄັດ​ຄ້ານ​ທຸກ​ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຊີ​ຣີ​ບໍ່​ວ່າ​ຈະ​ໃຊ້​ຮູບ​ການ​ໃດໆ​ກໍ່​ຕາມ.

ທ່ານ​ຊາ​ເລ​ຮີ​ກ່າວ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຊີຣີດ້ວຍ​ວິທີ​ທາງ​ການ​ທູດ.ທ່ານ​ກ່າວ​ວ່າ,ຊີຣີມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ອັນ​ສຳຄັນ​ໃນ​ພາກ​ພື້ນ​ນີ້,ການ​ປຶກສາ​ຫາລື​ແລະ​ສົນທະນາ​ກັນ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ.ອີຣານຍິນ​ດີ​ໃຊ້​ມາດ​ຕະການ​ອັນ​ຈຳ​ເປັນ​ເພື່ອ​ຊ່ວຍ​ຊີຣີ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ.

ມື້​ດຽວ​ກັນ,ທ່ານ​ໂມ​ຮາ​ເມັດ ຈາ​ວັດ ລາຣີຈາ​ນີປະທານ​ຄະນະ​ກຳມະການ​ສິດທິ​ມະນຸດ​ອີຣານກ່າວ​ວ່າ,ອີຣານຄັດຄ້ານ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງຊີຣີທາງ​ການ​ທະຫານ,​ແລະ​ອີຣານຈະ​ສືບ​ຕໍ່​ອອກ​ແຮງ​ຈົນ​ສຸດ​ຄວາມ​ສາມາດ​​ໃນ​ການ​ສະໜັບສະໜູນ​ຊີຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ