ທ່ານ​ອັບ​ບາສກ່າວ​ເນັ້ນ​ວ່າ​ປາ​​ແລັສຕິນຈະ​ສືບ​ຕໍ່​ສະ​ແຫວ​ງຫາ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການສະຫະ​ປະຊາ​ຊາດ

(GMT+08:00) 2011-11-17 16:17:20     cri
ທ່ານ​ມູບາຣັກ ​ໂມ​ຮາ​ເມັດ ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​​ແລັສຕິນກ່າວ​ເນັ້ນໃນ​ວັນ​ທີ16​ພະຈິກ​ນີ້​ວ່າ,ປາ​ແລັສ​ຕິນ​ຈະ​ສືບ​ຕໍ່​ສະ​ແຫວ​ງ​ຫາ​ການ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ​ສົມບູນ​ຂອງອົງການ​ສະຫະ​ປະຊາ​ຊາດ.

ມື້​ດຽວ​ກັນ,​​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ລະ​ລຶກທ່ານ​ຢັດເຊີ ອາຣາ​ຟັດ ອະ​ດີດ​ຜູ່​ນຳ​ປາ​​ແລັສຕິນ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຄົບ​ຮອບ​7​ປີ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ລາ​ມາ​ລາ ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,​ທ່ານ​ອັບ​ບາສ​ກ່າວ​ວ່າ,​ປາ​ແລັສ​ຕິນ​ຈະ​ປຶກ​ສາ​ຫາລື​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ອາຣັບ​ແລະ​ປະ​ເທດ​ທີ່​ສະ​ໜັບສະໜູນ​ປາ​ແລັສຕິນ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການສະຫະ​ປະຊາ​ຊາດ​ເພື່ອ​ຄົ້ນຄວ້າ​ແຜນການ​ໃນ​ຂັ້ນ​ຕໍ່​ໄປ​ກ່ຽວ​ກັບ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ