ສັນນິບາດ​ອາຣັບຮຽກຮ້ອງ​ໃຫ້​ຊີຣີລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​ໃຫ້​ສັນ​ນິ​ບາດ​ອາ​ຣັບ​ສົ່ງ​ຄະ​ນະ​ສັງ​ເກດ​ການ​​ເຂົ້າໄປ​ຊີຣີພາຍ​ໃນ3​ວັນ

(GMT+08:00) 2011-11-17 17:24:05     cri
ກອງ​ປະຊຸມ​ສະ​ໄໝ​ວິສາມັນ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ສັນນິບາດ​ອາຣັບທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ16​ພະຈິກ​ນີ້​ຢູ່​ນະ​ຄອນ​ຫຼວງ​ຣາ​ບັດ​ຂອງ​ມາ​ຣົກ​ໄດ້​ຢືນຢັນ​ຢ່າງ​​ເປັນ​ທາງ​ການ​ວ່າ​ຢຸດຕິ​ສະຖານະ​ພາບ​ຄວາມ​ເປັນ​ປະ​ເທດ​ສະມາຊິກສັນນິບາດ​ອາຣັບຂອງ​ຊີຣີ,​ແລະ​ຮຽກຮ້ອງ​ໃຫ້ລັດຖະບານ​ຊີຣີລົ​ງນາມ​ໃນ​ສັນຍາ​ກ່ຽວ​ກັບ​ການ​ອະນຸມັດ​ໃຫ້​ສັນນິບາດ​ອາຣັບສົ່ງ​ຄະນະ​ສັງ​ເກດ​ການ​​ເຂົ້າໄປ​ຊີຣີພາຍ​ໃນ3​ວັນ.

ມະຕິ​ຕົກລົງ​ຂອງກອງ​ປະຊຸມ​ແຈ້ງວ່າ,ສັນນິບາດ​ອາຣັບຈະ​ສົ່ງ​ຄະນະ​ສັງ​ເກດ​ການ​ໄປ​ຊີຣີ​ເພື່ອ​ສຳ​ຫຼວດ​ແລະ​ຕິດຕາມ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມອາຣັບທີ່​ສະ​ເໜີ​ໂດຍ​ສັນນິບາດ​ອາຣັບ​​ກ່ອນ​ໜ້າ​ນີ້​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຊີຣີ,​ແລະ​ປົກ​ປ້ອງ​ປະຊາຊົນ​ຊີຣີ.ສັນນິບາດ​ອາ​ຣັບ​ໃຫ້​ເວ​ລາ​ກຳ​ນົດ​3​ວັນ​ແກ່​ຊີຣີ​ເພື່ອ​ລົງ​ນາມ​ໃນ​ສັນ​ຍາ​ດັ່ງ​ກ່າວ,​ແລະ​ພາຍ​ຫຼັງ​ຊີຣີຢຸດຕິ​ການ​ໃຊ້​ຄວາມຮຸນ​ແຮງ​ທັງ​ໝົດ​ແລ້ວ​ຈະ​ແຕ່ງ​ຕັ້ງ​ຄະ​ນະ​ສັງ​ເກດ​ການ​ໄປ​ຊີຣີ​ໃນ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ