ຝະ​ຣັ່ງ​ຮຽກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ຊີ​ຣີ​ກັບ​ຄືນ​ປະ​ເທດ ອີ​ຣານ​ກ່າວ​ວ່າ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຊີ​ຣີ

(GMT+08:00) 2011-11-17 19:36:57     cri
ທ່ານ​​ເອລຽນຈຸບເປ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝະຣັ່ງປະກາດ​ໃນ​ວັນ​ທີ16​ພະຈິກ​ນີ້​ວ່າ,​ເຫດການ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ຊີຣີ​ໃນ​ໄລຍະ​ນີ້ເຮັດໃຫ້​ຝະຣັ່ງຕ້ອງອັດ​ສະຖານກົງສູນ​2ແຫ່ງແລະ​ອົງການຈັດຕັ້ງທາງດ້ານ​ວັດທະນະທຳ​ທີ່ຕັ້ງ​ຢູ່​ອາ​ເລັບ​ໂປ​ແລະ​ລາ​ທາ​ເກຍ,ຝະຣັ່ງຕົກລົງ​ຮຽກ​​ເອກ​ອັກຄະ​ລັດ​ຖະທູດຝະຣັ່ງປະຈຳ​ຊີຣີກັບຄືນ​ປະ​ເທດ.

ມື້​ດຽວ​ກັນ, ທ່ານ​ອາລີ ອັກ​ບາ ຊາເລ​ຮີ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ​ອີຣານກ່າວ​ວ່າ,ອີຣານຄັດຄ້ານທຸກ​ອິດ​ທິກຳລັງ​ຕ່າງປະ​ເທດ​​​ເຂົ້າແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຊີຣີບໍ່​ວ່າ​ຈະ​ໃຊ້​ຮູບ​ການ​ໃດໆ​ກໍ່ຕາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ