ມູນ​ຄ່າການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນ​ໃນ​ປີ​ນີ້ຈະສ້າງ​ສະຖິຕິສູງອີກ

(GMT+08:00) 2011-11-17 10:51:08     cri
ບັນດາກອງ​ປະຊຸມສຸດ​ຍອດອາຊີ​ຕາ​ເວັນ​ອອກ​ໄດ້​ຈັດ​ຂຶ້ນ​ຢູ່​​ເກາະບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ18ພະຈິກ​ນີ້. ວັນ​ທີ16ພະຈິກ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ສູ​ນິງໆ, ​ເລ​ຂາ​ທິການ​ໃຫຍ່​ປະຈຳການ​ຝ່າຍ​ຈີນ​ຂອງສະພາ​ການ​ຄ້າ​ຈີນ-ອາ​ຊຽນ​ໄດ້ກ່າວຄາດ​ຄະ​ເນ​ວ່າ,ມູນ​ຄ່າການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນ​ໃນ​ປີ​ນີ້​ຈະສ້າງ​ສະຖິຕິສູງ​ອີກ.

ທ່ານ​ສູ​ນິງໆ​ກ່າວ​ວ່າ,8​ເດືອນ​ທຳ​ອິດ​ຂອງ​ປີ​ນີ້,ການ​ລົງທຶນຕໍ່ກັນ​ລະ​ຫວ່າງ​ຈີນກັບອາ​ຊຽນ​ໄດ້​ບັນລຸ​ເກືອບ 90ຕື້​ໂດ​ລາ,​ໃນ​ນັ້ນ,​ມູນ​ຄ່າ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດຈີນ​ທີ່​ມີ​ຕໍ່​​ອາ​ຊຽນ​ໄລ່​ລວມ​ແລ້ວ​​ໄດ້​ມີ​ເຖິງ 22ຕື້3ຮ້ອຍ​ລ້ານ​ໂດ​ລາ. ​ເຖິງ​ວ່າ​ວິ​ສາ​ຫະກິດ​ຈີນ​ເລີ່​ມລົງທຶນ​ຢູ່​ອາ​ຊຽນອ່າວຊ້າ​​ແດ່ກໍ່ຕາມ,​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ,ຄວາມ​ໄວ​​ໃນ​ການເຕີບ​ໂຕ​ໃນການ​ລົງທຶນ​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ຊຽນ​ໄດ້​ໄວ​ກວ່າ​ການ​ລົງທຶນຂອງວິ​ສາ​ຫະກິດ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ​ຢູ່​ຈີນ,ອາ​ຊຽນກາຍ​ເປັນ​ຕະຫຼາດ​ທີ່​ໃຫຍ່​ອັນ​ດັບ​ທີໜຶ່ງ​ຂອງ​ວິ​ສາ​ຫະກິດ​ຈີນ​ໃນ​ການ​ລົງທຶນ​ຕໍ່​ຕ່າງປະ​ເທດ.

ອີງ​ຕາມ​ຕົວ​ເລກຂໍ້​ມູນ​ຈາກ​ກົມ​ໃຫຍ່ພາສີ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ,ປີ2010ຜ່ານ​ມາ,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນກັບ​ອາ​ຊຽນ​ໄດ້ບັນລຸ​ຮອດ 292ຕື້780ລ້ານ​ໂດ​ລາ,​ ​ເພີ່ມ​ຂຶ້ນ 37,5%​ເມື່ອ​ທຽບ​ໃສ່​ປີ2009. ​​ແຕ່ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ຂອງ​ປີ​2011ນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ-ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ມີ​ເຖິງ 295ຕື້9ຮ້ອຍ​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ 25,7%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ