ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ19​ໄຂ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​​ເຊຍ

(GMT+08:00) 2011-11-17 12:11:42     cri
ຕາມ​ຂ່າວCri: ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ19​ໄດ້​ໄຂ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ໃນວັນ​ທີ17ພະຈິກ​ນີ້. ຜູ້ນຳ​ຂອງ​ປະ​ເທດ​ສະມາຊິກ​​ອາ​ຊຽນ​ແລະ​ທ່ານ​ສຸຣິນ ພິດ​ສຸວັນ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​.

ທ່ານ​ຊຸ​ຊີ​ໂລ ບຳບັງ ​ຢຸ​ດ​ໂຮ​​ໂຢ​ໂນ, ປະທານ​ປະ​ເທດ​ໝູນວຽນ​ຂອງ​ອາ​ຊຽນ, ປະທານາທິບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​​ເປັນ​ປະທານ​ພິທີ​ໄຂ​ແລະ​ກ່າວ​ຄຳ​ປາ​ໄສ,ທ່ານ​ກ່າວ​ວ່າ, ຫວັງ​ວ່າ​ຜ່ານ​ຈາກກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້​ຈະ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນອາຊຽນ​ໃນ​ດ້ານ​ສັງຄົມ,​ເສດຖະກິດ​ແລະ​ການ​ເມືອງ,​ແລະ​ເພີ່ມ​ທະວີ​ສິດ​ໃນ​ການສະ​ແດງ​ຄຳ​ເຫັນຂອງ​ອາ​ຊຽນ​ໃນ​ສາກົນ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​​ໄດ້​ທົບ​ທວນຄືນ​ຜົນສຳ​ເລັດ​ໃນ​ຂະ​ບວນການ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ແລະ​ການຈັດ​ຕັ້ງ​ປະຕິບັດ​ "ກົດ​ບັດ​ອາ​ຊຽນ",ລວມທັງ​ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ​ແລະ​ການ​ຕິດ​ຕໍ່​ພົວພັນ​ກັນ​ພາຍ​ໃນ​ອາ​ຊຽນທີ່​ຖືປະຊາ​ຄົມ​​ເສດຖະກິດ,ປະຊາ​ຄົມການ​ເມືອງ​​ແລະ​ຄວາມ​ໝັ້ນຄົງແລະ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ເປັນ3​ເສົາ​ຄ້ຳ​ໃຫຍ່ທີ່​ສຳຄັນ. ຜູ້ນຳ​ທີ່​​ເຂົ້າຮ່ວມກອງ​ປະຊຸມ​ຍັງ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ປະຊຸມ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ​ຂອງ​ອາ​ຊຽນ​ແລະພາຍ​ໃນ​ພາກ​ພື້ນ​,ຕົວຢ່າງ,ການ​ພົວພັນທາງການຕ່າງປະ​ເທດ​ລະຫວ່າງ​ບັນດາ​ປະ​ເທດ​ອາຊຽນ​ແລະ​ກອງ​ປະຊຸມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ.

ນອກ​ນີ້, ຜູ້ນຳ​ທີ່​ເຂົ້າ​ຮ່ວມ​ກອງປະ​ຊຸມ​ຍັງ​ຈະ​ໄດ້ປຶກສາ​ຫາລື​ເຖິງ​ບົດບາດ​ຂອງ​ອາ​ຊຽນ​ໃນ​ວຽກ​ງາ​ນຕ່າງໆຂອງ​ໂລກ.

ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມສຸດ​ຍອດອາ​ຊຽນ​ຄັ້ງ​ນີ້​ແມ່ນ "ປະຊາ​ຄົມ​ອາ​ຊຽນ​ໃນ​ປະຊາ​ຄົມ​ປະ​ເທດ​ຕ່າງໆ​ຂອງ​ໂລກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ