ຄວາມຊີ້​ແນະ​ແງ່​ໄງ້ຈາກການ​ຮ່ວມ​ມື​ລະຫວ່າງຈີນ​-​ອາ​ຊຽນໃນ2​0ປີ

(GMT+08:00) 2011-11-17 13:09:43     cri
ປີ​ນີ້​ແມ່ນ​ປີ​ແລ​ກປ່ຽນ​ໄມຕີ​ຈິດ​ມິດຕະພາບ​ຈີນ-ອາ​ຊຽນ,ທັງແມ່ນ​ປີ​ແຫ່ງການ​ສ້າງ​ການພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ20ປີ. ​ໃນ20ປີຜ່ານມາ,ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ມື​ກັນ​ຢ່າງຕັ້ງ​ໜ້າ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ນີ້ບໍ່​ພຽງ​ແຕ່​​ໄດ້​ເຮັດ​ໃຫ້​ເສດຖະກິດ​ຂອງ​ພາກ​ພື້ນຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນ,ຍັ​ງ​ໄດ້​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງພາກ​ພື້ນນີ້,ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ແບບ​ຢ່າງ​ແຫ່ງການ​ຮ່ວມ​ມື​ຂອງ​ພາກ​ພື້ນ. ການຮ່ວມ​ກັນ​ພັດທະນາ​ອະນາຄົດ​ໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າ​ສອງ​ຝ່າຍ,ນີ້ມີ​ຄວາມ​ໝາຍ​ທາງດ້ານ​ຍຸດ​ທະ​ສາດ​ຫຼາຍ​ຕໍ່​ຈີນ​​ແລະອາ​ຊຽນ.

20ປີ​ກ່ອນ,ທ່ານ​ສຽນ​ສີ​ເຊິ່ງທີ່​ດຳລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃນ​ເວລາ​ນັ້ນ​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸ​ມລັດຖະ​ມົນຕີການ​ຕ່າງປະ​ເທດ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ຂອງ​ມະ​ເລ​ເຊຍ​ຕາມ​ຄຳ​ເຊີນ,​ເລີ່​ມດຳ​ເນີນ​ການ​ພົວພັນ​ຄູ່​​ເຈລະຈາ​ລະຫວ່າງ​ຈີນກັບ​ອາ​ຊຽນ. ກົນ​ໄກ​ການ​ເຈະລຈາດັ່ງກ່າວ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ20ປີຜ່ານມາ,​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​,ຈີນ​ກັບ​ອາ​ຊຽນ​ໄດ້ຮ່ວມ​ມື​ກັນ​ໃນ​ໄລຍະ​​ເວລາ​ອັນຍາວນານ​ຜ່ານ​ມາ,ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກຫຼາຍໆ​ເທື່ອ,​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງພາກ​ພື້ນ​ນີ້.

​ໃນ​ການ​ຮ່ວມ​ມື​​ໄລຍະ20ປີ​ທີ່​ຜ່ານ​ມາ​,ການ​ພົວພັນ​ລະຫວ່າງ​ຈີນກັບອາ​ຊຽນ​ໄດ້​ຄ່ອຍໆ​ກ້າວ​ຂຶ້ນຈາກລະດັບ "ຄູ່​​ເຈລະຈາ"ຍົກ​ສູງ​ຂຶ້ນ​ຮອດລະດັບ "ຄູ່​ຍຸດ​ທະ​ສາດ". ​ເວົ້າ​ສຳລັບອາຊຽນ​ແລ້ວ,ຈີນ​ໝາຍ​ເຖິງ​​ອັນ​ດັບທີ​ໜຶ່ງ​ໃນ​ດ້ານ​ຕ່າງໆ: ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບທີ​ໜຶ່ງ,ປະ​ເທດ​ທຳ​ອິດ​ທີ່​ເຂົ້າ​ເປັນ​ພາຄີ​ຂອງ "ສົນທິສັນຍາ​ໄມຕີ​ຈິດ​​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້",ປະ​ເທດ​ທຳ​ອິດ​ທີ່​ສ້າງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ກັບ​ອາ​ຊຽນ,ປະ​ເທດ​ທຳ​ອິດ​ທີ່ກ່າວ​ຢ່າງ​ຈະ​ແຈ້ງວ່າ​ສະໜັບສະໜູນ​"ສົນທິສັນຍາ​ວ່າ​ດ້ວຍ​ເຂດ​ປອດອາວຸດ​ນິວ​ເຄຼຍ​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້",​ແລະ​ເປັນປະ​ເທດ​ທຳ​ອິດ​ທີ່​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ກັບ​ອາ​ຊຽນ,ຊຶ່ງ​ເຂດ​ການ​ຄ້າ​ເສລີນີ້​​ແມ່ນ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ອັນ​ດັບ​ໜຶ່ງ​ລະຫວ່າງ​​ປະ​ເທດ​ທີ່​ພວມ​ພັດທະນາ​ແລະ​ອື່ນໆ. "​ອັນ​ດັບທີ​ໜຶ່ງ"ຕ່າງໆ​ເຫຼົ່າ​ນີ້,ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍອັນ​ສຳຄັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ,ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ20ປີຜ່ານມາ​ແມ່ນ​ມີ​ປະສິດທິ​ຜົນ​ຢ່າງ​ຈະ​ແຈ້ງ.

​ເມື່ອ​ຫຼຽວ​ເບິ່ງ​ອານາຄົດ​ໃນທົດ​ສະ​ວັດ​ທີ2​ຂອງສັດຕະວັດ21, ຮູບ​ການ​​ຮ່ວມ​ມືທີ່​ດຳ​ເນີນ​​ໄປ​ດ້ວຍ​ປະສິດທິຜົນ​ຢ່າງ​ຈະ​ແຈ້ງ​ລະຫວ່າງ​ຈີນ-ອາ​ຊຽນຈະ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ,ຄວາມ​ຈະ​ເລີ​ນຮຸ່ງ​ເຮື​ອງດ້ານ​ເສດຖະກິດ​ແລະ​ວັດທະນະທຳ​ຂອງ​ສອງ​ຝ່າຍ.

​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ,​ໃນ​20ປີຜ່ານມາ,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ສະ​ເລ່ຍຕໍ່​ປີ​ໄດ້​​ເຕີບ​ໂຕ​ຫຼາຍ​ກວ່າ 20%, ພາສີ​​ລະຫວ່າງ​ສອງ​ຝ່າຍ​ໄດ້​ຫຼຸດ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ,​​ໃນ​ດ້ານ​ຊັບພະຍາກອນ​ສອງ​ຝ່າຍ​ໄດ້​​ແລ​ກປ່ຽນ​ກັນ,​ໃນ​ຂົງ​ເຂດ​ການ​ລົງທຶນສອງ​ຝ່າຍ​ເປັນ​ເປົ້າ​ໝາຍ​ທີ່​ສຳຄັນ,​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​​ສອງ​ຝ່າຍ,​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນສຳ​ເລັດຜົນ,​ໄດ້ສ້າງ​ພາບ​ອະນາຄົດ​ທີ່​ກວ້າງ​ຂວາງ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໃນ​ພາກ​ພື້ນ.

​ໃນ​ຂົງ​ເຂດ​ວັດທະນະ​ທຳ, ​ໃນ​20ປີຜ່ານມາ,ຈີນ​ກັບ​ອາ​ຊຽນ​ໄດ້​ສ້າງ​ເວ​ທີ​ທີ່​ກວ້າງຂວາງ​ໃນ​ການ​ຕິດ​ຕໍ່​ພົວພັນ​ກັນ​ແລະ​ການ​​ແລກປ່ຽນ​ກັນ,ການ​ແລກປ່ຽນ​ລະຫວ່າງ​ບຸກຄະລາ​ກອນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ດ້ານ​ວັດທະນະທຳ​ກໍ່​ນັບ​ມື້​ນັບເພີ່ມທະວີ​ຂຶ້ນ. ​ເບິ່ງ​ອະນາ​ຄົດ​ໃນ10ປີ​​ຂ້າງ​ໜ້າ,ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​ບຸກ​ຄະລາ​ກອນລະຫວ່າງ​ສອງ​ຝ່າຍ​ຍ່ອມ​ຈະ​ເພີ່ມ​ທະວີ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ​ຄຽງ​ຄູ່​ກັບ​ການ​​ສື່ສານ​ດ້ານ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ,ນີ້​ຈະ​ກາ​ຍ​ເປັນ​ການ​ຮັບປະກັນ​ທີ່​ດີ​ທີ່​ສຸດ​​ໃນການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງພາກ​ພື້ນ.

ພີ່ນ້ອງ​ທີ່ຢູ່​ໄກ​ກັນ​​ຈະ​ບໍ່​ສະໜິດສະໜົມ​ກັນ​ເທົ່າ​ໝູ່​ເພື່ອ​ນທີ່ຢູ່​ບ້ານ​ໃກ້​ເຮືອນ​ຄຽງ. ການ​ພັດທະນາ​ຂອງ​ຈີນ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ດີ​ຈາກ​​ໄມຕີ​ຈິດ​ມິ​ດຕະພາບ​​ແລະ​ການ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ອາ​ຊຽນ,ການ​ພັດທະນາ​ຂອງ​ຈີນ​ກໍ່​ໄດ້​ນຳ​ເອົາ​ກາລະ​ໂອກາດ​ທີ່​ສຳຄັນ​ມາ​ໃຫ້​ແກ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາ​ຊຽນ. ຫວນຄືນ​ຄວາມ​ຫຼັງ,ຫຼຽວ​ເບິ່ງ​ອະນາຄົດ,ຈີນ​ມີ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ໝັ້ນ​ໃຈມາ​​ໂດຍ​ຕະຫຼອດໃນ​ການ​ຮັກສາ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ເປັນ​ເພື່ອ​ນມິດ​ທີ່​ດີ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​​ໂດຍ​ຕະຫຼອດ,ຊຸກຍູ້​ການ​​ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ທີ່​ມີ​ມາ​ແຕ່ດົນ​ນານ​ຂອງ​ພາກ​ພື້ນ​ນີ້​ໄວ້​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ