ມະ​ເລ​ເຊຍ​ຈະ​ຫລຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດລົງ63%​ໃນ​ປີ​ນີ້

(GMT+08:00) 2011-11-17 17:22:22     cri

ຕາມ​ຂ່າວສານ​ຈີນ, ວັນ​ທີ16​ພະ​ຈິກ​ນີ້, ທ່ານ​ດາ​ໂຕະ​ເຊຮີ ດູກ​ລັສ ອູ​ກາ​ເອມບັສ, ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ມະ​ເລ​ເຊຍ​ກ່າວ​ວ່າ, ມະ​ເລ​ເຊຍ​ຈະ​ຫລຸດ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ລົງ​63%​​ໃຫ້​ສໍາ​ເລັດ​ຜົນໃນ​ປີ​ນີ້, ນີ້​ຈະ​ເປັນ​ການຫລຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດລື່ນ​ແຜນການ​ທີ່​ວາງ​ໄວ້​ພຽ​ງ​ແຕ່40%.

ໃນ​ເວ​ລາ​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂກ​ເປັນ​ຮາກ​ໃນ​ປີ2009, ທ່ານ​ນາ​ຈິບ ຣາສັກ,ນາ​ຍົກ​ລັດຖະ​ມົນຕີມະ​ເລ​ເຊຍ​ໄດ້​ເຫັນ​ດີ​ທີ່​ຈະຫລຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດລົງ40%​ໃນ​ປີ2020​ຫລື​ກ່ອນ​ປີ2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ