ປະທານ​ຄະນະ​ກໍາມາ​ທິການສະຫະພາບ​ເອີຣົບກ່າວ​ວ່າ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ບັດ​ຂອງພັນທະບັດ​ເງິນ​ເອີ​ໂຣ

(GMT+08:00) 2011-11-17 17:31:19     cri

ວັນ​ທີ16​ພະ​ຈິກ​ນີ້, ທ່ານ​ມາ​ນູ​ເອວ ດູຣາວ ບາ​​ໂຣ​ໂຊ, ປະທານຄະນະ​ກໍາມາ​ທິການ​ສະຫະ​ພາບ​ເອີຣົບກ່າວ​ວ່າ, ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຂອງ​ພັນທະ​ບັດ​ເງິນ​​ເອີ​ໂຣ.

ໃນ​ກອງ​ປະຊຸມ​ສະພາ​ທະວີບ​ເອີຣົບທີ່​ຈັດ​ຂຶ້ນຢູ່ສຕັຼສບວກ​ໃນ​ມື້​ດຽວ​ກັນ, ທ່ານມາ​ນູ​ເອວ ດູຣາວ ບາ​​ໂຣ​ໂຊ​ກ່າວ​ຄໍາ​ປາ​ໄສ​ວ່າ, ຄະນະ​ກໍາມາ​ທິການ​ສະ​ຫະ​ພາບ​ເອີຣົບຈະ​ປະກາດປື້​ມປົກ​ຂຽວ​ກ່ຽວ​ກັບ​ພັນ​ທະ​ບັດ​ເງິນ​ເອີ​​ໂຣ​ໃນ​ວັນ​ທີ23​ພະຈິກ​ນີ້. ຜູ້​ນໍາ​ສະຫະ​ພາບ​ເອີຣົບຈະ​ນໍາ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ສະກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ວິ​ກິດ​ການ​ໜີ້​ສິນ, ​ພ້ອມ​ກັນ​ນັ້ນ, ຍັງຈະ​ພະ​ຍາ​ຍາມ​ຊຸກຍູ້​ໃຫ້​ເສດ​ຖະກິດ​ຟື້ນ​ຕົວ​ຄືນ​, ລວມ​ທັງ​ການ​ປັບ​ປຸງການ​ເງິນ, ການ​ປັບ​ປຸງ​ອົງ​ປະ​ກອບ​ເສດຖະກິດ​ແລະ​ເພີ່​ມທະວີ​ການ​ຕິດຕາມ​ຄຸ້ມຄອງ​ເສດຖະກິດ​ເປັນ​ຕົ້ນ.

ໃນ​ກອງ​ປະຊຸມ​ສໍາ​ມະ​ນາ​ຂອງສະ​ຖາ​ບັນ​ຄາ​ໂຕ​ຂອງ​ວໍ​ຊິງ​ຕັນ​ທີ່​ຈັດ​ຂຶ້ນ​ໃນມື້​ດຽວ​ກັນ, ທ່ານ​ໂຣ​ເບີດ ​ໂຊ​ເອວລິກ,ຜູ້​ວ່າ​ການ​ທະນາຄານ​ໂລກ​ກ່າວ​ວ່າ, ​ໃນ​ທີ່​ສຸດ, ກາ​ນ​ແກ້​ໄຂ​ວິ​ກິດ​ການ​ການ​ເງິນ​ຕ້ອງຂຶ້ນຢູ່​ກັບຈະ​ສາມາດ​ສ້າງ​ພື້ນ​ຖານ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດໄດ້ຫລື​ບໍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ