ທ່ານ​ບານ​ກີ​ມູນກ່າວ​ວ່າຄວນ​ຖອດ​ຖອນ​ບົດຮຽນໄພ​ນໍ້າ​ຖ້ວມ​ຈາກໄທ

(GMT+08:00) 2011-11-17 17:37:21     cri

ຕາມ​ຂ່າວ​ສານ​ຊິນ​ຮວາ, ວັນ​ທີ16​ພະ​ຈິກ​ນີ້ ທ່ານ​ບານ​ກີ​ມູນ,​ເລຂາທິການ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ທີ່​ພວມ​ຢ້ຽມ​ຢາມ​ໄທ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ຄວນ​ຖອດ​ຖອນ​ບົດ​ຮຽນ​ໄພ​ນໍ້າ​ຖ້ວມ​ຈາກ​ໄທ, ​ເພື່ອ​ເພີ່ມ​ທະ​ວີ​ການສະກັດ​ກັ້ນ​ໄພພິບັດ,ຕັ້ງໜ້າ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ນັບ​ແຕ່​ເດືອນ​ກໍລະ​ກົດ​ເປັນ​ຕົ້ນ​ມາ, ​ໄພ​ນໍ້າ​ຖ້ວມ​ຢູ່​ໄທ​ທີ່​ເກີດ​ຂຶ້ນ​ໃນ​ຮອບ​50​ປີ​ໄດ້​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​564​ຄົນ.

ທ່ານ​ບານ​ກີ​ມູນ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເລັ່ງ​ລັດຫ້າງ​ຫາ​ເງິນ​ທຶນ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ເພື່ອ​ເຮັດ​ໃຫ້​ບັນ​ລຸ​ຄໍາ​ໝັ້ນ​ສັນຍາ​ຂອງ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂກ​ເປັນ​ຮາກ​ໃນ​ປີ2009ປະກົດ​ຜົນ​ເປັນ​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ