ພື້ນ​ຖານ​ທາງ​ດ້ານ​ສາທາລະນະ​ສຸກ​ໃນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊວນ​ສໍາ​ເລັດ​ການສ້າງສາ​ຄືນ​ໃໝ່

(GMT+08:00) 2011-11-17 17:47:32     cri

ວັນ​ທີ16​ພະ​ຈິກ​ນີ້, ກະຊວງ​ສາທາລະ​ນະ​ສຸກ​ຈີນ​ກ່າວ​ວ່າ, ຜ່ານ​ຈາກ​ຄວາມ​ພະຍາຍາມ​ຢ່າ​ງບໍ່​ລົດ​ລະ​ເປັນ​ເວລາ3​ປີ, ​ໜ້າ​ທີ່ການ​ສ້າງສາ​ຄືນ​ໃໝ່​ຫລັງ​ໄພ​ແຜ່ນດິນ​ໄຫວ​ທ້າງ​ດ້ານ​ລະບົບ​ສາທາລະ​ນະ​ສຸກ​ຂອງ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊວນ​ແຂວງ​ເສ​ສວນ​ຂອງ​ຈີນ​ໄດ້​ສໍາ​ເລັດ​ໂດຍ​​ພື້ນ​ຖານ. ມາ​ຮອດ​ປະຈຸ​ບັນ, ​97%ຂອງໂຄງ​ການສ້າງສາ​ຄືນ​ໃໝ່​ໄດ້​ສ້າງ​ສໍາ​ເລັດ​ແລະ​ເລີ່​ມນໍາ​ໃຊ້​ແລ້ວ.

ທ່ານ​ເສີນ​ຊ່ຽວຫົງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກຈີນ​ກ່າວ​ວ່າ, ​ເນື້ອ​ທີ່​ກໍ່ສ້າງ​ຂອງອົງການສາທາລະນະ​ສຸກ​ການ​ປິ່ນປົວ​ພະຍາດ​ຂອງ​ເຂດປະສົບ​ໄພ​ແຜ່ນ​ດິນ​ໄຫວ​ເວີ້​ນຊວນ​ໄດ້​ຈາກ3ລ້ານ9​ແສນ​ກວ່າ​ຕາ​ແມັດ​ກ່ອນ​ໄພ​ແຜ່ນ​ດິນ​ໄຫວ​ເພີ່ມ​ຂຶ້ນ​ຮອດ5​ລ້ານ8​ແສນ​ກວ່າ​ຕາ​ແມັດ,ຈໍານວນ​ຕຽງນອນ​ຄົນ​ເຈັບ​ຈາກ5​ໝື່ນ6​ພັນ​ຕຽງ​ເພີ່ມ​ຂຶ້ນ​ຮອດ7ໝື່ນ8​ພັນ​ຕຽງ, ລະບົບ​ບໍລິການ​ດ້ານສາ​ທາ​ລະນະ​ສຸກ​ການ​ປິ່ນປົວ​ພະຍາດ​ຂອງ​ເຂດ​ປະສົບ​ໄພ​ໄດ້​ສ້າງ​ສໍາ​ເລັດ​ໂດ​ຍພື້ນ​ຖານ, ​ເຄືອ​ຂ່າຍ​ບໍລິການ​ດ້ານສາ​ທາ​ລະນະ​ສຸ​ກປິ່ນ​ປົວ​ພະ​ຍາດ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໄດ້ທົ່ວ​ເຖິງ​ກວ່າ​ເກົ່າ. ມາ​ຮອດ​ປະຈຸ​ບັນ, ນະຄອນ​ແລະ​ແຂວງ​ທີ່​ໃຫ້​ການ​ຊ່ວຍ​ເຫລື​ອຕ່າງໆ​ໄດ້​ໜ່ວຍປິ່ນປົວ​ພະ​ຍາດ​ໄປ​ສູ່​ເວີ້​ນຊວນ, ​ໄດ້​ໃຫ້​ບໍລິ​ການ​ປິ່ນປົວ​6​ໝື່ນ​ກວ່າ​ເທື່ອ​ຄົນ, ​ເຮັດ​ໃຫ້ຄົນທີ່​ເປັນ​ພະຍາດ​ຮ້າຍ​ແຮງ​ຕ່າງໆ​ໃນ​ເຂດ​ປະ​ສົບ​ໄພໄດ້ຮັບ​ການ​ປິ່ນປົວ​ຢ່າງ​ທົ່ວ​ເຖິງ, ຊຶ່ງໄດ້​ຮັບ​ການຍ້ອງຍໍ​ຊົມ​ເຊີຍຈາກ​ປະ​ຊາ​ຊົນ​ໃນ​ເຂດ​ປະສົບ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ