ນາຍົກ​ຈີນ​ເດີນທາງ​ໄປ​ຮອດ​ເກາະ​ບາ​ຫລີ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີຕາ​ເວັນ​ອອກ

(GMT+08:00) 2011-11-17 17:53:28     cri

ຕອນ​ບ່າຍ​ວັນ​ທີ17​ພະ​ຈິກ​ນີ້, ທ່ານ​ເວີ່ນ​ເ​ຈ່ຍປາວ, ນາຍົກ​ລັດຖະມົນ​ຕີຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ເກາະບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊ​ຍດ້ວຍ​ເຄື່ອງບິນ​ພິ​ເສດ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້​ນໍາ​ອາຊີ​ຕາ​ເວັນ​ອອກ.

ທ່ານ​ເວີ່ນ​ເ​ຈ່ຍປາວ, ນາຍົກ​ລັດຖະມົນ​ຕີຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ເກາະບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊ​ຍດ້ວຍ​ເຄື່ອງບິນ​ພິ​ເສດ

ວັນ​ທີ18​ຫາ​ວັນ​ທີ19​ພະຈິກ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກ​ລັດ​ຖະມົນ​ຕີຈີນຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຈີນ​-ອາ​ຊຽນ(10+1)ຄັ້ງ​ທີ14​ຄືກອງ​ປະຊຸມ​ລະ​ລຶກຈີນ-ອາ​ຊຽນສ້າງ​ການ​ພົວພັນ​ປະ​ເທດຄູ່​ເຈລະຈາ​ຄົບຮອບ20​ປີ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ,ສ.​ເກົາຫລີ(10+3)ຄັ້ງ​ທີ14, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ6​ແລະ​ການ​ພົບ​ປະລະຫວ່າງ​ຜູ້​ນໍາ​ຈີນ, ຍີ່ປຸ່ນ​ແລະ​ສ. ​ເກົາ​ຫລີ.ນອກ​ນີ້, ທ່ານ​ຍັງ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ຜູ້​ນໍາ​ຂອງ​ຫລາຍ​ປະ​ເທດ.

ກອງ​ປະ​ຊຸມ​ຕ່າງໆ​ຂອງ​ຜູ້​ນໍາ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ສະພາບ​ທີ່ບໍ່​ທັນ​ໄດ້​ພົ້ນ​ຈາກ​ຜົນ​ກະທົບ​ຂອງ​ວິ​ກິ​ດການ​ການ​ເງິນ​ສາ​ກົນ​, ​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວຍາກ, ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ.ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ກອງ​ປະ​ຊຸມ​ຄັ້ງນີ້​ແມ່ນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ພັດ​ທະ​ນາ​ຮ່ວມ​ກັນ. ​ກ່ອນ​ໜ້ານີ້, ຈີນ​ກ່າວ​ວ່າ, ຫວັງ​ວ່າກອງ​ປະຊຸມ​ຄັ້ງ​ນີ້​ຈະສາມາດ​ເພີ່​ມຄວາມ​ສາມັກ​ຄີກັນ, ​ເພື່ອສ້າງ​ບັນ​ຍາກາດ​ອັນ​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ.ລົງ​ເລິກ​ການ​ຮ່ວມ​ມື, ​ຊຸກ​ຍູ້​ໃຫ້​ອາຊີ​ຕາ​ເວັນ​ອອກ​ເພີ່ມ​ກໍາ​ລັງ​ແຮງ,​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ດີກ​ວ່າ​ເກົ່າ. ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ກົນ​ໄກ​ຕ່າງໆ.ຈີນ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ຍືດໝັ້ນ​ໃຫ້​ອາຊຽນ​ເປັນ​ຝ່າຍ​ນໍາພາ, ຍິນ​ດີຕ້ອນ​ຮັບ​ປະ​ເທດ​ທີ່​ບໍ່​ຢູ່​ໃນ​ອາຊີ​ຕາ​ເວັນ​ອອກ​ເຂົ້າຮ່ວມ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ລະສະ​ສ້າງ​ສັນ. ຫວັງ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້ຈະ​ໄດ້ຮັບ​ໝາກຜົນ​ອັນ​ຕັ້ງໜ້າ, ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ພັດທະນາ​ໄປ​ຕາມ​ທິດ​ທາງ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ