"ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ໃນ​ປີ1992"​ເປັນຄວາມ​ເຫັນ​ທີ່ປະຕິ​ເສດ​ບໍ່​ໄດ້

(GMT+08:00) 2011-11-17 17:58:47     cri

ວັນ​ທີ17​ພະ​ຈິກ​ນີ້, ທ່ານ​ຫວາງ​ອີ້, ຫົວ​ໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກກອມ​ມູນິດ​ຈີນ, ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ​ກ່າວ​ເນັ້ນ​ວ່າ, "ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ໃນ​ປີ1992"​ເປັນຄວາມ​ເຫັນ​ທີ່ປະຕິ​ເສດ​ບໍ່​ໄດ້, ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ບໍ່​ສາມາດ​ຖອຍຫລັງ, ສັນຕິພາບ​ຢູ່ຊ່ອງແຄບ​ໄຕ້​ຫວັນ​ບໍ່ສູນ​ສະຫລາຍ,​ແລະ​ບໍ່​ສາມາດ​ທໍາລາຍ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ລະຫວ່າງ​ສອງ​ຝັ່ງ​.

ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ໄຂ​ສັບປະດາ​ຈຸ່ງ​ກິ່ງ-​ໄຕ້​ຫວັນ​ຄັ້ງ​ທີ3​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຈຸ່ງ​ກິ່ງ​ໃນ​ມື້​ດຽວ​ກັນ, ທ່ານ​ຫວາງ​ອີ້ກ່າວ​ວ່າ, ປະ​ຈຸ​ບັນ, ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ກໍາລັງ​ກ່າວ​ເຂົ້າ​ສູ່​ໄລຍະ​ສໍາຄັນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ໃນ​ອະນາຄົດ​ມີ​ໂອກາດ​ຫລາຍ, ​ແລະ​ຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ. ທ່ານ​ກ່າວ​ຢໍ້າວ່າ, "ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​​ໃນ​ປີ1992"​ແມ່ນ​ເງື່ອນ​ໄຂ​ໃນ​ເມື່ອ​ກ່ອນທີ່​ສອງ​ຝັ່ງ​ດໍ​າ​ເນີນ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື, ​ແລະກໍ່​ແມ່ນ​ພື້ນຖານ​ອັນ​ສໍາຄັນ​ທີ່​ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ພັດທະນາ​ໂດຍ​ສັນຕິ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ