ປະ​ເທດ​ອາຊີ​ຕ້ອງການ "ຜູ້​ຮ່ວມ​ມື"ຫາກ​ບໍ່​ແມ່ນ "ຜູ້​ຕັດສິນ"

(GMT+08:00) 2011-11-17 18:04:46     cri

ເມື່ອ​ບໍ່​ດົນ​ມາ​ນີ້,ລັດ​ຖະບານ​ໂອ​ບາ​ມາ​ໄດ້ມີຫລາຍ​ກິດຈະ​ກໍາໃນ​ດ້ານການຈັດ​ສັນ​ຍຸດທະ​ສາດ​ອາຊີ​ປາຊີ​ຟິກ.ຂ່າວ​ສານ​ຊິນ​ຮວາ​ໄດ້​ພິມ​ບົດ​ຄວາມ​ລົງ​ພິມ​ໃນ​ວັນ​ທີ​17​ພະ​ຈິກ​ນີ້​ໂດຍ​ຂຽນ​ວ່າ, ​ໃນ​ຍຸດ​ທະ​ສາດ​ທີ່​ອາ​ເມ​ລິ​ກາ "ກັບ​ຄືນ"ທະວີບ​ອາ​ຊີ, ອາ​ເມ​ລິ​ກາ​ຄວນ​ປະ​ຕິ​ບັດ​ດ້ວຍ​ທ່າ​ທີ​ສະ​ເໝີ​ພາບ​​ແລະ​ເຄົາລົບ​ເຊິ່ງ​ກັນ​ແລະ​ກັນ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ອາຊີ, ກາຍ​ເປັນ "ຜູ້​ຮ່ວມ​ມື"ຂອງ​ປະ​ເທດ​ອາຊີ.

ບົດ​ຄວາມ​ຂຽນ​ວ່າ, ປະ​ເທດ​ອາຊີ​ບໍ່​ມັກ​ໃຫ້​ປະ​ເທດ​ໃດ​ໃຊ້​ຄ່າ​ນິ​ຍົມ​ຂອງ​ຕົນ​ບັງ​ຄັບໃຫ້​ປະ​ເທດ​ອື່ນ​ປະ​ຕິບັດ​ຕາມ, ​ແລະ​ຍິ່ງ​ບໍ່​ມັກ​ການ​ທີ່​ອາ​ເມ​ລິ​ກາ​ສ້າງ​ການ​ພົວ​ພັນ​ກັບ​ອາ​ຊີ​ເປັນ​ການ​ພົວພັນ​ທີ່​"​ເປັນ​ຜູ້​ນໍາ​ພາ​ແລະ​ຜູ້​ຖືກ​ນໍາພາ".ປະ​ເທດ​ອາຊີ​ລ້ວນ​ແຕ່​ມີ​ຈຸດ​ຢືນ​ແລະມີ​ຮູບ​ແບບ​ການ​ກະທໍາ​ຂອງ​ຕົນ, ມີ​ຄ່າ​ນິຍົມ​ແລະ​ກົດ​ເກນ​ຂອງ​ຕົນ, ອີງ​ໃສ່​ສະຕິ​ປັນຍາ​ຂອງ​ຕົນ, ສາມາດ​ແກ້​ໄຂ​ບັນຫາ​ຕ່າງໆ​ໄດ້. ປະ​ເທດ​ອາຊີ​ຕ້ອງ​ການ "ຜູ້​ຮ່ວມ​ມື"ທີ່​ສະ​ເໝີ​ພາບ, ຈິງ​ໃຈ​ແລະ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ຫາກ​ບໍ່​ແມ່ນຕ້ອງການ"ຜູ້​ນໍາພາ"ຫລື "ຜູ້​ຕັດສິນ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ