ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຢ້ຽມຢາມ​ໄທ

(GMT+08:00) 2011-11-17 10:49:12     cri
ຕາມ​ຂ່າວສານ​ຊິນຮວາ, ຕອນ​ຄ່ຳ​ວັນ​ທີ16​ພະຈິກ​ນີ້, ​ໃນ​ເວລາ​ເດີນທາງ​ໄປ​ຮອດປະ​ເທດ​ໄທ, ທ່ານນາງ​ຮິ​ວລາຣີ ຄຼິນຕັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ວ່າ, ອາ​ເມ​ລິ​ກາ​ຈະ​ໃຫ້​ເງິນ​ຊ່ວຍ​ເຫຼືອ10​ລ້ານ​ໂດ​ລາ​ແກ່​ໄທ, ​ເພື່ອ​ຊ່ວຍ​ໄທ​ຕ້ານ​ໄພ​ນ້ຳ​ຖ້ວມ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ​ເມື່ອ​ເດີນທາງ​ໄປ​ຮອດ​ນະຄອນ​ຫຼວງ​ບາງກອກ​ແລ້ວ, ທ່ານນາງ​ຮິ​ວລາຣີ​ໄດ້​​ເຈລະຈາ​ກັບ​ທ່ານນາງ​ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ. ​ໃນ​ເວລາ​ຖະ​ແຫຼ​ງຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈລະຈາ, ທ່ານນາງ​ຮິ​ວລາຣີກ່າວ​ວ່າ, ປະຊາຊົນ​ໄທ​ພວມ​ປະສົບ​ໄພ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​ກວ່າ​ທຸກ​ຄັ້ງໃນ​ປະຫວັດສາດ, ອາ​ເມ​ລິ​ກາ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ພົນລະ​ເຮືອນ​ແລະ​ທາງ​ການ​ທະຫານ​​ໃຫ້​ແກ່​ໄທຫຼາຍ​ກວ່າ​ເກົ່າ​.

ກ່ອນ​ໄປ​ຢ້ຽມຢາ​ມ​ໄທ, ທ່ານນາງ​ຮິ​ວລາຣີຍັງ​ໄດ້​ໄປ​ຢ້ຽມຢາມ​ຟີ​ລິບ​ປິນ, ​​ແລະ​ໄດ້​ລົງ​ລາຍ​ເຊັນ​ໃນຄຳ​ຖະ​ແຫຼ​ງການ​ມາ​ນີລາ​ແລະ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຫຼັກການ​ເພີ່ມ​ທະວີ​ການ​ພົວພັນ​ໝູ່​ຄູ່​ລະຫວ່າງ​ອາ​ເມ​ລິ​ກາ​​ແລະ​ຟີ​ລິບ​ປິນ ທີ່​ມີ​ວັດຖຸ​ປະສົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ