ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ​ແຜນການຂອງ​ຟີ​ລິບ​ປິນຄວນ​​ເປັນ​ເອກະ​ພາບກັບ​ເຂັມທິດ​ຊີ້​ນຳ​​ຂອງ​​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້

(GMT+08:00) 2011-11-17 11:30:04     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​​ເຢິນມິນ​ຢື້​ປ້າວຈີນລາຍ​ງານ​ວ່າ, ​ຫວ່າງ​ມໍ່ໆ​ມາ​ນີ້, ​ໂດຍ​ແນ​​ໃສ່​ຟີ​ລິບ​ປິນສະ​ເໜີ​​ແຜນການ​​ສ້າງ​ເຂດ​ສັນຕິພາບ, ​ເສລີພາບ, ມິດຕະພາບ​ແລະ​ການ​ຮ່ວມ​ມື​ຢູ່​ທະ​ເລ​ຈີນ​ໃຕ້, ທ່ານ​ມາຕີ ​ເນ​ຕາ​ລີ​ກາ​ວາ ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​​ແຜນການ​ຂອງ​ຟີ​ລິບ​ປິນຄວນ​ເປັນ​ເອກະ​ພາບກັນ​ກັບຖະ​ແຫຼ​ງການ​ວ່າ​ດ້ວຍ​ການປະພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້ ​ທີ່ອາຊ​ຽນ​ເຊັນກັບ​ຈີນ​ແລະ​ເຂັມທິດ​ຊີ້​ນຳ​ການ​ປະພຶດ​ຕາມ​ຫຼັງ​ທີ່​ສອງ​ຝ່າຍ​ເຊັນ​ກັນ​ໃນ​ເດືອນ​ກໍລະກົດ.

ຕອນ​ຄ່ຳ​ວັນ​ທີ16​ພະຈິກ​ນີ້, ທ່ານ​ມາຕີ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ກະກຽມ, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາຊ​ຽນ​ໄດ້​ປຶກສາ​ຫາລື​ກັນ​ວ່າ, ຈະ​ຊຸກ​ຍູ້​ການ​ເຈລະຈາ​ກັນ​ ເພື່ອສ້າງ​ຫຼັກ​ມາດຖານ​ວ່າ​ດ້ວຍ​ການປະພຶດ​ຢູ່​ທະ​ເລ​ຈີ​ນ​ໃຕ້ ທີ່​ມີ​ຜົນ​ບັງຄັບ​ໃຊ້​ທາງ​ກົດໝາຍ​ກວ່າຫຼື​ບໍ່, ພ້​ອມກັນ​ນັ້ນ, ກໍ​ຫວັງ​ຢາກ​ໃຫ້​ຈີນ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກັນ​ດັ່ງກ່າວ​ໂດຍ​ໄວ. ທ່ານ​ມາຕີ​ກ່າວ​ວ່າ, ອາຊ​ຽນບໍ່​ຢາກ​ໃຫ້​ພາກ​ພື້ນ​ອາຊີຕາ​ເວັນ​ອອກສຽງ​ໃຕ້ ກາຍ​ເປັນ​ສະຖານ​ທີ່​ທີ່​ປະ​ເທດ​ໃຫຍ່​ຕ່າງໆ​ແກ່ງ​ແຍ່ງ​ກັນ, ສະ​ນັ້ນ, ຫວັງ​ຢາກ​ໃຫ້​ມີຫຼັກ​ມາດຖານ​ວ່າ​ດ້ວຍ​ການປະພຶດຢູ່​ທະ​ເລ​ຈີນ​ໃຕ້​ທີ່​ມີ​ຜົນ​ບັງຄັບ​ໃຊ້​ທາງ​ກົດໝາຍ​ກວ່າ​, ​ເພື່ອ​ແກ້​ໄຂ​ບັນຫາ​ພາຍ​ໃຕ້ຂອບ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ