ຟີ​ລິບ​ປີນ​ກັບ​ອາ​ເມ​ລິ​ກາ​ເຊັນ​​ເອກະສານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ

(GMT+08:00) 2011-11-17 11:45:28     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ16​ພະຈິກ​ນີ້, ຢູ່​ນະຄອນຫຼວງ​ມາ​ນີລາ, ທ່ານນາງ​ຮິ​ວລາຣີ ຄຼິນຕັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກັບ​ທ່ານ​ອານ​ເບີດ ​ເດ​ວ ​ໂຣຊາຣິກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ມາ​ນີລາ ​ແລະ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຫຼັກການ​ເພີ່ມທະວີ​ການ​ພົວພັນ​​ເພື່ອນ​ຮ່ວກິດຈະການ​ລະຫວ່າງຟີ​ລິບ​ປິນ​ອາ​ເມ​ລິ​ກາ ທີ່​ມີ​ວັດຖຸ​ປະສົງ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​ເນື້ອ​ໃນ​ຂອງ​ຖະ​ແຫຼ​ງການ​ມາ​ນີລາ​ຂຽນ​ວ່າ, ຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ຕົກລົງ​ສືບ​ຕໍ່​ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ໃນພາກ​ພື້ນ​ແລະ​ທົ່ວ​ໂລກ​ທີ່​ກວ້າງຂວາງ​ກວ່າ​ເກົ່າ, ​ເຊິ່ງລວມທັງ​​ໄພ​ຄຸກ​ຄາມດ້ານ​ຕ່າງໆ: ຄວາມ​ປອດ​ໄພ​ເທິງ​ທະ​ເລ​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ແຜ່ຜາຍ​ອາວຸດ​ນິ​ວ​ເຄຼຍ, ລັດທິ​ກໍ່​ການ​ຮ້າຍ​ແລະອາ​ຊະ​ຍາ​ກຳຂ້າມ​ຊາດ. ສອງ​ຝ່າຍຍັງ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ແໜ້ນ​ແຟ້ນແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ​​ໃນ​ການ​ຕໍ່ຕ້ານ​ອົງການ​ກໍ່​ການ​ຮ້າຍ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ອົງກາ​ນອານ​ໄກດາ ທີ່​ຢູ່​ທາງພາກ​ໃຕ້ຂອງ​ຟີ​ລິບ​ປິນ.

ມື້​ດຽວ​ກັນ, ທ່ານ​ເດ​ວ ​ໂຣຊາຣິກ ກັບທ່ານ​ນາງ​ຮິ​ວລາ​ນີຍັງ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຫຼັກການ​ເພີ່ມ​ທະວີ​ການ​ພົວພັນ​​ເພື່ອນ​ຮ່ວມ​ກິດຈະການລະຫວ່າງ​ຟີ​ລິບ​ປິນກັບ​ອາ​ເມ​ລິ​ກາ. ຖະ​ແຫຼ​ງການ​ຂຽນ​ວ່າ, ຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ຈະ​ນຳໃຊ້​ເຕັກນິກ​ແລະ​ຊັບພະຍາກອນ​ຂອງ​ລັດຖະບານ​ສອງ​ປະ​ເທດ, ​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ​ຟີ​ລິບ​ປິນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ, ​ເຮັດ​ໃຫ້​ປະຊາຊົນ​ຟີ​ລິບ​ປິນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ປ່ຽນ​ແປງ​ທາງ​ເສດຖະກິດ. ຖະ​ແຫຼ​ງການ​ຂຽນ​ວ່າ, ອາ​ເມ​ລິ​ກາ​ໄດ້​ຮຽກຮ້ອງ​ໃຫ້15ພາກສ່ວນ​ຂອງ​ລັດຖະບານ​ອາ​ເມ​ລິ​ກາດຳ​ເນີນ​ການ​ຮ່ວມ​ມື​ກັບ​ລັດຖະບານ​ຟີ​ລິບ​ປິນຢ່າງ​ຕັ້ງໜ້າ.

​ໃນ​ໄລຍະ​ທ່ານນາງ​ຮິ​ວລາ​ຣີ​ໄປ​ຢ້ຽມຢາມ​ຟີ​ລິບ​ປິນ, ປະຊາຊົນ​ນະຄອນຫຼວງ​ມາ​ນີລາ​ໄດ້​​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່​ຕາມຖະໜົນ​ຫົນທາງ​ຢ່າງ​ຫຼວງ​ຫຼາຍ, ທວງໃຫ້​ທະ​ຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ຟີ​ລິບ​ປິນ​ແລະ​ຍົກ​ເລີກສັນຍາ​ປ້ອງ​ກັນ​ລະຫວ່າງ​ສອງ​ປະ​ເທດ. ຢູ່​ຕໍ່ໜ້າ​ປະຕູ​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ຟີ​ລິບ​ປິນ, ຜູ້​ປະ​ທ້ວງ​ໄດ້​​ເຜົາ​ທຸງຊາດ​ອາ​ເມ​ລິ​ກາ​ທີ່​ເຮັດຂຶ້ນ​ມາ​ເອງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ