ມຽນມາ​ໄດ້​ຖືກ​ຮັບຮອງ​ໃຫ້​ເປັນ​​ປະ​ເທ​ດປະທານຫມູນວຽນ​ອາ​ຊຽນປີ2014

(GMT+08:00) 2011-11-18 11:42:04     cri
ຕາມ​ຂ່າວCRI: ວັນ​ທີ17 ພະຈິກ​ນີ້,ບັນດາ​ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ19​ໄດ້​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຮັບ​ຮ້ອງ ໃຫ້​ມຽນມາເປັນ​ປະ​ເທດປະທານ​ຫມູນວຽນ​ອາ​ຊຽນ​ໃນ​ປີ2014..

ທ່ານ​ມາຕີ ​ເນ​ຕາ​​ເລກາ​ວາ ,ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​​ໄດ້​ປະກາດ​ການ​ຕົກລົງ​ດັ່ງກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ.ທ່ານ​ກ່າວ​ວ່າ,ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​​ໄປ,ມຽນມາ​ໄດ້​ເລີ່​ມດຳ​ເນີນ​ຂະ​ບວນການ​ທາງການ​ເມືອງ​ທີ່​ບັນລຸ​ຄວາມ​ປອງ​ດອງ​ກັນຢູ່​ພາຍ​ໃນ​ປະ​ເທດ ແລະ​ເປີດ​ປະຕູ​ຕໍ່​ພາຍ​ນອກ.​ເທື່ອ​ນີ້​ອາ​ຊຽນ​ໄດ້​ມອບ​ຖານະປະ​ເທດ​ປະທານ​ຫມູນວຽນ​ປີ 2014 ​ໃຫ້​ມຽນມາ,ນີ້ສະ​ແດງ​ໃຫ້​ເຫັນວ່າ​ທັງແມ່ນ​ອາ​ຊຽນຢືນຢັນ​ການ​ປະຕິຮູ​ບຂະ​ບວນການ​ທາງ​ການ​ເມືອງ​ຂອງ​ມຽນມາ,​ແລະ​ກໍ່​​ເປັນຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ນະ​ໂຍບາຍ​ການ​ປະຕິ​ຮູບ​ແລະ​ເປີດ​ປ​ະຕູ​ຕໍ່​ພາຍ​ນອກ​ຂອງ​ມຽນມາ​ໄດ້​ຮັບ​ຫມາກຜົນ​​ຢ່າງແທ້​ຈິງ.​ເມື່ອ​ຮອດ​ເວລາ​ນັ້ນ,ມຽນມາ​ຈ​ະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ແລະ​ກອງ​ປະຊຸມ​ຕ່າງໆ​ຂອງຜູ່​ນຳອາຊີ​ຕາ​ເວັນ​ອອກ​ໃນ​ນາມ​ເປັນ​ປະ​ເທດ​ປະທານ​ຫມູນ​ວຽນ.

 ຕອນ​ເຊົ້າ​ວັນ​ທີ17 ພະຈິກ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ19 ​ໄດ້​ໄຂ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​,ທ່ານ ທ່ານ​ຊຸ​ຊີ​ໂລ ບຳບັງ ​ຢຸ​ດ​ໂຮ​​ໂຢ​ໂນ, ປະທານາທິບໍ​ດີ​ອິນ​ໂດ​ເນ​ເຊຍ ​ເຊິ່ງ​ເປັນ​​ປະທານ​ປະ​ເທດ​ໝູນວຽນ​ຂອງ​ອາ​ຊຽນ, ໄດ້​ກ່າ​ວຄຳປາ​​ໄສ​ໃນ​ພິທີ​ໄຂ​ງານ​ວ່າ, ທ່ານ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​​ໄດ້​​ລົງ​ເລິກ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ສ້າງສາຂະ​ບວນການເຊື່ອງ​ໂຍງ​ອາ​ຊຽນເຂົ້າ​ເປັນເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ