ຍານ​ອະວະກາດ "​ເຊິນ​ໂຈ່ວ​ເລກ​8"​ຂອງ​ຈີນກັບ​ຄືນ​ສູ່ຫນ້າດິນ​ແລະ​ລົງ​ຈອດຢ່າງ​ປອດ​ໄພ

(GMT+08:00) 2011-11-18 11:46:07     cri

ຕອນ​ຄ່ຳ​ວັນ​ທີ17 ພະຈິກ​ນີ້​ຕາມ​ເວລາ​ປັກ​ກິ່ງ, ຍານ​ອະວະກາດ "​ເຊິນ​ໂຈ່ວ​ເລກ​8"​ຂອງ​ຈີນ​​ໄດ້​ກັບ​ຄືນສູ່​ຫນ້າດິນ​ແລະລົງ​​ຈອດຢູ່ສະຖານ​ທີ່​ຢູ່​ໃນເມືອງຊີຈີ​ວາງ​​​ແຫ່ງເຂດມົງ​ໂກ​​​ໃນຂອງຈີນຢ່າງ​ປອດ​ໄພ,ນີ້​ເປັນ​ຂີດ​ຫມາຍ​ສະ​ແດ​ງ​ໃຫ້​ເຫັນ​ວ່າ​ວຽກ​ງານ​ເຊື່ອມ​ຕໍ່​ເຂົ້າກັນ​ຂອງ​ຍານ​ອະວະກາດຈີນສອງ​ລຳ​​ເປັນຄັ້ງທຳ​ອິດ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.


ກ່ອນ​ແລະ​ຫຼັງເວລາ 19 ​ໂມງ 30 ນາທີ​ຕອນ​ຄ່ຳ​ມື້​ດຽວ​ກັນ,ຍານ​ອະວະກາດ "​ເຊິນ​ໂຈ່ວ​ເລກ​8"​ຂອງ​ຈີນ​​ໄດ້ລົງ​ຈອດ​ຫນ້າດິນຢ່າງ​ປອດ​ໄພ​ຢູ່​ສະຖານ​ທີ່ສຳຄັນ​ການ​ລົງ​ຈອດ​ຂອງ​​ເມືອງຊີຈີ​ວາງ​​ໃນເຂດມົງ​ໂກ​ໃນ​.ຫຼັງ​ຈາກ​ນັ້ນ,​ເຈົ້າ​ຫນ້າ​ທີ່​ຮັບຜິດຊອບວຽກ​ງານ​ໂຄງການ​ການບິນ​ອະວະກາດ​​ໄດ້ນຳ​ເອົາ​ທາດ​ອາກາດ​ແລະ​ຈຸລິນ​ຊີ​ແລະນຳ​​ເອົາເຄື່ອງ​ອຸປະກອນທຳ​ນຳ​ໃຊ້​ໃນການບົ່ມ​ເພາະຊີວະ​ນາໆ​ພັນ​ທີ່​ນຳ​ໃຊ້ຢ່າງ​ທົ່ວ​ໄປ​ທີ່​ຈີນ​ກັບ​ເຢຍລະ​ມັນ​ໄດ້​ທົດ​ລອງ​ຮ່ວມ​ກັນອອກ​ຈາກ​ທ້ອງ​ຍານ​ອະວະກາດ​.ທ່ານ​ຊາງວ້ານສວນ,ຜູ່​ບັນຊາ​ການ​ໃຫຍ່​ກິດຈະການ​ການບິນ​ອະວະ​ກາດ​ບັນ​ທຸກມະນຸດ​ຂອງ​ຈີນ​ໄດ້​ປະກາດ​ວ່າ, ວຽກ​ງານຍານ​ອະວະກາດ"ທ່ຽນ​ກົ່ງ​ເລກ1"​ແລະ"​ເຊິນ​ໂຈ່ວ​ເລກ​8"​ທີ່ເຊື່ອມ​ຕໍ່​ເຂົ້າກັນ​ໄດ້​ຮັບຜົນສຳ​ເລັດ​ເປັນ​ຢ່າງ​ດີ.


ຕອນ​ຂ້ອນ​ແຈ້ງ​ວັນ​ທີ1 ພະຈິກ​ນີ້,ຍານ​ອະວະກາດ "​ເຊິນ​ໂຈ່ວ​ເລກ​8"​​​ໄດ້​ຖືກ ຍິງສົ່ງ​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ​ຢູ່ທີ່​ສູນ​ສົ່ງ​ດາວ​ທຽມ​ຈິ​ວຊວນ​ແຂວງ​ກັ່ນ​ຊູ່​,ຫຼັງ​ຈາກ​ນັ້ນ, ຍານ​ອະວະກາດ "​ເຊິນ​ໂຈ່ວ​ເລກ​8"​​ໄດ້​ເຊື່ອມ​ຕໍ່​ເຂົ້າກັນ​ກັບຍານ​ອະວະ ກາດ"ທ່ຽນ​ກົ່ງ​ເລກ1"​ທີ່​ເປັນຍານ​ບິນ​​ເປົ້າ​ຫມາຍ​ລຳ​ທຳ​ອິດ​ຂອງ​ຈີນ​ທີ່ຫມູນ​ເດີນ​ຕາມ​ວົງ​ໂຄຈອນຢ່າງ​ສຳ​ເລັດ​ຜົນ​ເຖິງ​​ສອງ​ເທື່ອ,​ເພື່ອ​​ເປີດ​​ເສັ້ນທາງ​​ໃຫ້​ແກ່ສະຖານີອະວະກາດ​ຕົນ​ເອງ​ຂອງ​ຈີນກ່ອນ​ແລະ​ຫຼັງ​ປີ 2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ