ຈີນ​ຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ໃນ​ດ້ານ​ການ​ບິນ​ອະ​ວະ​ກາດ

(GMT+08:00) 2011-11-18 17:19:01     cri
ທ່ານ​ຫວາງ​ຈ້າວ​ຢ້າວ ຮອງ​ຫົວໜ້າ​ຫ້ອງການ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ລັດຖະບານ​ຈີນ​ໃນ​ວັນ​ທີ18​ພະຈິກ​ນີ້​ວ່າ,ຈີນ​ຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ໃນ​ຂົງ​ເຂດ​ການບິນ​ອະວະກາດ.

ທ່ານ​ຫວາງ​ຈ້າວ​ຢ້າວ​ກ່າວ​ວ່າ,ການ​ພັດທະນາດ້ານ​ເຕັກນິກ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ຍັງ​ບໍ່​ທັນ​ສຸກ​ງອມ​ເທື່ອ,ການ​ທົດ​ລອງ​ທັງ​ສອງ​ເທື່ອ​ທີ່ສຳ​ເລັດ​ຜົນ​ນັ້ນ​ຍັງ​ບໍ່​ສາມາດ​ປ່ຽນ​ແປງ​ສະພາບ​ການບິນ​ອະວະກາດ​ສາກົນ.​ໃນ​ການ​ພັດ​ທະ​ນາ​ການ​ບິນ​ອະ​ວະ​ກາດ,​ຈີນ​ໄດ້​ຍຶດ​ໝັ້ນ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ,​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ມາ​ໂດຍ​ຕະ​ຫຼອດ.​ພັດ​ທະ​ນາ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ,​ກໍ່​ສ້າງ​ສະ​ຖາ​ນີ​ອະວະກາດ​ບັນທຸກ​ມະນຸດ,ນຳ​ໃຊ້​ອະວະກາດ​ຢ່າງ​ຂະໜາດ​ໃຫຍ່​,ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ​ເພື່ອ​ກຳ​ໄດ້​ເຕັກນິກ​ພື້ນຖານ​ທາງ​ດ້ານ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ເພື່ອ​ພັດທະນາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ອະ​ວະ​ກາດ​ເຂົ້າ​ໃນ​ທາງ​ສັນ​ຕິ​ພາບ,​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ມວນ​ມະ​ນຸດ.​ແຕ່​ການ​ພັດທະນາ​ຢ່າງ​ເປັນ​ອິດ​ສະ​ຫຼະ​ບໍ່​ໄດ້​ໝາ​ຍຄວາມ​ວ່າ​ຈະ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ​ເທົ່າ​ນັ້ນ,​ຈີນ​ຍິນ​ດີ​ຮ່ວມ​ມື​ແລະ​ແລກປ່ຽນ​ບົດຮຽນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

ໄລຍະ​ຕົ້ນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ໃຫ້​ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ1​ເຊື່ອ​ມຕໍ່​ກັບ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ8,ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ບົດຮຽນ​ຢ່າງ​ມີ​ປະສິດທິ​ຜົນ​ກັບປະ​ເທດ​ຕ່າງໆ​ເຊັ່ນຣັດ​ເຊຍ,​ເຢຍລະ​ມັນ,ຝະຣັ່ງ​ແລະປະ​ເທດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ