ສ້າງ​ຕັ້ງ​ສູນ​ຈີນ-ອາ​ຊຽນ​ເພື່ອ​ອອກ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ

(GMT+08:00) 2011-11-18 19:25:52     cri
ພິທີ​ສ້າງ​ຕັ້ງຂຶ້ນ​ສູນ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ18​ພະຈິກ​ນີ້ຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ.

ທ່ານ​ມາ​ມິ​ງສຽງ ​ເລຂາທິການ​ໃຫຍ່​ສູນ​ຈີນ-ອາ​ຊຽນກ່າ​ວວ່າ,ສູນ​ຈີນ-ອາ​ຊຽນ​ເປັນ​ອົງການ​ຈັດ​ຕັ້ງ​ສາກົນ​ລະຫວ່າງ​ລັດຖະບານ,ຈະ​ກາຍ​ເປັນ​ເວທີ​ທີ່​ດີ​​ໃນ​ການ​ສະໜອງ​ຂໍ້​ມູ​ນຂ່າວສານ​ກ່ຽວ​ກັບ​ຜະລິດ​ຕະພັນ​,​ໂອກາດ​ການ​ລົງທຶນ,​ແຫຼ່ງທ່ອງ​ທ່ຽວ​ແລະ​ການສຶກສາ​ກັບ​ວັດທະນະທຳຂອງ​ຈີນ​ແລະ10​ປະ​ເທດ​ອາ​ຊຽນ​ໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ປ​ະຊາ​ຊົນ,​ເພື່ອ​ສະໜັບສະໜູນ​ການ​ພັດທະນາ​ຂອງວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ມາ​ມິ​ງສຽງກ່າວ​ວ່າ,​ໃນ​ຕໍ່ໜ້າ,ສູນ​ຈີນ-ອາຊຽນຍັງ​ຈະ​ຊ່ວຍ​ຊຸກ​ຍູ້​ປະ​ເທດ​ອາ​ຊຽນສົ່ງ​ຜະລິດ​ຕະພັນ​ສິນຄ້າ​ອອກໄປ​ປະ​ເທດ​ຈີນ,​ເຮັດ​ໃຫ້​ຂັ້ນ​ຕອນ​ລະບຽບ​ການ​ທີ່​ກ່ຽວຂ້ອງ​ກະທັດຮັດ​ເຂົ້າເພື່ອ​ອຳນວຍ​ຄວາມ​ສະດວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຜະລິດ​ຕະພັນສິນຄ້າ​ຂອງ​ປະ​ເທດ​ອາ​ຊຽນ​ເຂົ້າ​ສູ່​ຕະຫຼາດ​ຈີນ.ທ່ານສີ​ຄູນ ບຸນ​ວິ​ໄລ ສົ່ງ​ຈົນ​ໝາຍ​ອວຍພອນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ