ທ່ານສີ​ຄູນ ບຸນ​ວິ​ໄລ​ສົ່ງ​ຈົນ​ໝາຍ​ອວຍ​ພອນ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ70ປີ

(GMT+08:00) 2011-11-18 19:29:27     cri
CRIລາຍ​ງານ​ວ່າ:​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຄູນ ບຸນ​ວິ​ໄລ ຮອງ​ຫົວໜ້າ​ຫ້ອງການຄະນະກຳມະການ​ຮ່ວມ​ມື​ລາວ-​ຈີນທັງ​ເປັນ​ເລ​ຂາ​ທິ​ການ​ສະ​ມາ​ຄົມມິດຕະພາບລາວ-ຈີນ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງ​ ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI.

ທ່ານ​ສີ​ຄູນ ບຸນ​ວິ​ໄລ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ມາ​ໂດຍຕະຫຼອດ​.​ໃນ​ຈົດໝາຍ​ອວຍພອນ,ທ່ານ​ໄດ້​ຍ້ອງຍໍ​ວ່າລາຍການ​ຂອງ​CRI​​ໃກ້ຊິດ​ກັບ​ຜູ່​ຟັງ,ຊຶ່ງ​ໄດ້​ເພີ່ມ​ທະວີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ.ທ່ານ​ຫວັງ​ວ່າ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຈະມີ​ຄວາມ​ກ້າວໜ້າ​ຫຼາຍ​ຕໍ່​ໄປ​ບົນ​ເສັ້ນທາງ​ພັດທະນາ​ສ້າງ​ສື່​ທັນ​ສະ​ໄໝ​ຢ່າງຮອບດ້ານ,ກາຍ​ເປັນ​ສຽງ​ສຳຄັນ​ທີ່​ນຳ​ໜ້າ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ