ນາຍົກລັດຖະມົນຕີອິນ​ເດຍກ່າວ​ວ່າ,ການ​ລົງ​ເລິກ​ການ​ພົວພັນ​ກັບ​ອາ​ຊຽນ​ແມ່ນ​ຂໍ​ກະ​ແຈ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຫັນ​ໜ້າ​ໄປ​ສູ່​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ

(GMT+08:00) 2011-11-18 20:01:59     cri
ຕາມ​ຂ່າວສານ​ຊິນ​ຮວາ,ທ່ານ​ມານ​ໂມ​ຮານ ຊິງ ນາຍົກລັດຖະມົນຕີອິນ​ເດຍກ່າວ​ໃນ​ວັນ​ທີ17​ພະຈິກ​ນີ້​ວ່າ, ການ​ລົງ​ເລິກ​ການ​ພົວພັນ​ກັບ​ອາ​ຊຽນ​ແມ່ນ​ຂໍ​ກະ​ແຈ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຫັນ​ໜ້າ​ໄປ​ສູ່​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ.

ກ່ອນ​ອອກ​ເດີນທາງ​ໄປ​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອິນ​ເດຍ-ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ6,ທ່ານ​ມານ​ໂມ​ຮານ​ຊິງ​ກ່າວ​ວ່າ,​ແຜນການ​ດຳ​ເນີນ​ງານ​ອິນ​​ເດຍ-ອາ​ຊຽນປີ2010ຫາປີ2015​ໄດ້​ຕົກລົງ​ກັນ​ແລ້ວວ່າ,ປີໜ້າ,ອິນ​ເດຍຈະ​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ສຸດ​ຍອດ​ອິນ​ເດຍ-ອາ​ຊຽນ​ເປັນ​ເທື່ອ​ທຳ​ອິດ​ເພື່ອ​ລະ​ລຶກສອງ​ຝ່າຍ​ສ້າງສາ​ຍພົວພັນ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຄົບຮອບ20​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ