ລັດຖະບານ​ຊຸດ​ໃໝ່​ຂອງ​ອີ​ຕາ​ລີ​ໄດ້​ຜ່ານ​ໃນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕໍ່​ສະ​ພາ​ສູງ

(GMT+08:00) 2011-11-18 20:19:36     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ17​ພະຈິກ​ນີ້,ສະພາ​ສູງ​ອີ​ຕາ​ລີ​ໄດ້​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕໍ່​ຄະນະລັດຖະບານຂອງ​ທ່ານ​ມາຣີ​ໂອ ມອນ​ຕີ ດ້ວຍຄະ​ແນນ​ສຽງ​ເຫັນ​ດີ281​ບັດ​ແລະບໍ່​ເຫັນ​ດີ25​ບັດ,​ໃນ​ສະພາ​ສູງຂອງ​ອີ​ຕາ​ລີ​ ​ມີ​ທັງ​ໝົດ322​ບ່ອນ​ນັ່ງ,​ລັດ​ຖະ​ບານ​ມອນ​ຕີ​ໄດ້​ບ່ອນ​ນັ່ງ​ໃນ​ສະ​ພາ​ເປັນ​ສ່ວນ​ຫຼາຍ,​ຈາກ​ນີ້​ໄປ,ຄະນະລັດຖະບານ​ຂອງ​ທ່ານມອນ​ຕີ​ຈະ​ລໍຄອຍຜົນ​ການ​ປ່ອນ​ບັດ​​ໄວ້​ວາງ​ໃຈ​ຂອງ​ສະພາ​ຕ່ຳຕື່ມ​ອີກ.

ກ່ອນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​,ທ່ານ​ມາຣີ​ໂອ ມອນ​ຕີ​ໄດ້​ປະກາດ​ແຜນການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ຢູ່​ທີ່​ສະພາ​ສູງ.ທ່ານ​ກ່າວ​ວ່າ,ການ​ຄວບ​ຄຸມ​ງົບປະມານ​ຢ່າງ​ເຂັ້ມງວດ,​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ແລະ​ສັງຄົມ​ມີ​ຄວາມ​ຍຸດຕິ​ທຳ​ຈະ​ເປັນ​ພື້ນຖານ​ຂອງ​ວຽກ​ງານ​ລັດຖະບານ.ທ່ານ​ກ່າວ​ວ່າ,ປະຈຸ​ບັນ,ອີ​ຕາ​ລີພວມປະ​ເຊີນ​ກັບສະຖານະ​ພາບ​ອັນ​ຂ້ຽວຂາດ​ຈາກ​ວິ​ກິດ​ການ​ໜີ້​ສິນ,ຕ້ອງການ​ມີ​ຄຳ​ຕອບ​ທີ່​​ເຊັດ​ເຈນ​ແລະ​ຈະ​ແຈ້ງ,​ແບ່ງປັນ​ຄວາມ​ເສຍສະຫຼະ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ຕ່າງໆ​ຢ່າງ​ສົມ​ເຫດ​ສົມ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ