ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ຄຳ​ປາ​ໄສ​ໃນກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ​

(GMT+08:00) 2011-11-18 11:23:35     cri
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ​ຫຼືຄັ້ງ​ທີ14​ແລະ​ກອງ​ປະຊຸມ​ສຸດ​ຍອດລະ​ລຶກການ​ສ້າງ​ການ​ພົວພັນ​ຄູ່​ເຈລະຈາລະຫວ່າງ​ຈີນ-ອາ​ຊຽນ​ຄົບຮອບ20ປີ​​ໄດ້​ຈັດ​ຂຶ້ນຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ໃນຕອນ​ເຊົ້າ​ວັນ​ທີ18ພະຈິກ​ນີ້. ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະກ່າວ​ຄຳ​ປາ​ໄສ.

ປີ​ນີ້​ແມ່ນ​ການ​ສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ20ປີ. ກອງ​ປະຊຸມ​ຈະ​ທົບ​ທວນ​ຄືນການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃນ20ປີຜ່ານມາ,​​ແລະ​ວາງ​ແຜນ​ການ​ຍຸດ​ທະ​ສາດ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍໃນ​ອານາ​ຄົດ. ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້ກ່າວ​ຢ້ຳຫຼັກ​ໝັ້ນ​​ແລະນະ​ໂຍບາຍ​ຂອງ​ຈີນ​ທີ່​ຍຶດໝັ້ນໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ກັບ​ອາ​ຊຽນ,ຮ່ວມ​ກັນ​ພັດທະນາ,ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,​ໄດ້ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ,​ເສດຖະກິດ​ການ​ຄ້າ,ການ​ເຊື່ອມ​ຕໍ່​ລະຫວ່າງ​ຂະ​ແໜງ​ການ​ແລະ​ແລກປ່ຽນ​ກັນທາງ​ດ້ານວັດທະນະທຳ​​ແລະ​ບຸກຄະລາ​ກອນ​ແລະ​ຂົງ​ເຂດ​ອື່ນໆ. ກອງ​ປະຊຸມ​ສຸດ​ຍອດ​ຈະ​ອອກ "ຖະ​ແຫຼ​ງການ​ຮ່ວມ",ສະ​ແດງ​​ໃຫ້​ເຫັນ​ເຖິງ​ຄວາມມຸ່ງ​ມາດ​ປາຖະໜາ​ທາງ​ການ​ເມືອງ​ລະຫວ່າງ​ຈີນກັບອາຊຽນ​ໃນການ​ລົງ​ເລິກ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ. ພາຍຫຼັງ​ສຳ​ເລັດກອງ​ປະຊຸມ​ແລ້ວ,ຍັງ​ຈະ​ຈັດ​​ພິທີ​ເປີດ​ປ້າຍ​ທີ່​ມີ​ຫົວ​ຂໍ້​ວ່າ "ສູນ​ຈີນ-ອາ​ຊຽນ"ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ