IMFຮຽກຮ້ອງ​ໃຫ້​ເຂດ​ໃຊ້​ເງິນ​ເອີ​​ໂຣປະ​ຕິ​ບັດ​​ແຜນການ​ແກ້​ໄຂວິ​ກິດ​ການ​ໜີ້​ສິນ​ໂດຍ​​ໄວ​

(GMT+08:00) 2011-11-18 11:35:34     cri
ວັນ​ທີ17ພະຈິກ​ນີ້, ທ່ານ​​ແດວິດ ​ໂຮ​ລີ, ​ໂຄສົກຂອງ​ອົງການ​ກອງ​ທຶນ​ສາກົນ​ຫຼືIMFກ່າວ​ວ່າ, ປະ​ເທດ​ຕ່າງໆ​ຂອງ​ເຂດ​ໃຊ້​ເງິນ​​ເອີ​ໂຣ​ຄວນ​ປະຕິບັດ​ແຜນການ​​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ທີ່​ບັນດາ​ຜູ້ນຳເຂດ​ໃຊ້​ເງິນ​​ເອີ​ໂຣມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໂດຍ​ໄວ​,​ເພື່ອສ້າງ​ຄວາມ​ໝັ້ນ​ໃຈ​ດ້ານ​ເສດຖະກິດ​ແລະ​ຕະຫຼາດ​ໃຫ້​ສູງຂຶ້ນ.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ອົງການ​ກອງ​ທຶນ​​ສາກົນ​ຫຼືIMF,ທ່ານ​ແດ​ວິດ ​ໂຮ​ລີກ່າວ​ວ່າ, IMFມີ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ພາບ​ການ​ໃນ​ປະຈຸ​ບັນ​ຂອງ​ເຂດ​ໃຊ້​ເງິນ​ເອີ​​ໂຣຫຼາຍ​ແລະ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຂອງເຂດ​ໃຊ້​ເງິນ​ເອີ​ໂຣຄວນ​ດຳ​ເນີນ​ງານ​ຢ່າງ​ຮີບ​ດ່ວນ​ໃນ​ການປະຕິບັດ​ແຜນການ​​ແກ້​ໄຂວິ​ກິດ​ການ,ຍົກ​ສູງ​ປະສິດທິ​ຜົນ​ທາງ​ດ້ານ​ການ​ຄຸ້ມຄອງ.
ທ່ານ​ຍັງ​ກ່າວ​ວ່າ, ກ່ອນ​ລັດຖະບານ​ເກຼັກບໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ປະຕິບັດ​ມາດ​ຕະການ​ຮັດ​ແຄບ​ການ​ເງິນ,​ IMFຈະ​ບໍ່​ເບີກ​ເງິນ​ກູ້​ຊ່ວຍ​ເຫຼືອງ​ວດທີ6​ໃຫ້​ແກ່​ເກຼັກ.

​ແຕ່​ໃນ​ມື້​ດຽວ​ກັນ,ໜ່ວຍ​ງານ​ສະຫະພາບ​ເອີ​ລົບ​ປະຈຳ​ເກຼັກ​ໄດ້ອອກ​ປະກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ,​ເກຼັກ​ໄດ້​ຮັບ​ຄວາ​ມຄືບ​ໜ້າພໍ​ສົມຄວນໃນ​ການ​ຮັກສາ​ການ​ໝູນ​ເດີນທາງ​ເສດຖະກິດຮັບປະກັນ​ການ​ເກັບ​ພາສີ​ຢ່າງ​ມີ​ປະສິດທິ​ຜົນ​ແລະ​ການ​ດຳ​ເນີນ​ງານ​ຂອງ​ການ​ເງິນ​ສາທາລະນະ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ທາງ​ດ້ານ​ການ​ບໍລິຫານ​ງານ​ຂອງ​ລັດຖະບານ​ແລະ​ດ້ານ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ