ຜູ້ນຳ​ອາ​ຊຽນຮ່ວມ​ກັນ​ລົງ​ນາມ​ໃນ "ຖະ​ແຫຼ​ງກາ​ນວ່າ​ດ້ວຍ​ສົນ​ທິສັນຍາ​ບາ​ຫຼີສະບັບ​ທີ3"

(GMT+08:00) 2011-11-18 11:42:38     cri

ຕາມ​ຂ່າວcri: ວັນ​ທີ17ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ19​ໄດ້​ຮັບຮອງ​ຜ່ານ "ຖະ​ແຫຼ​ງການ​ຮ່ວມ​ບາ​ຫຼີປະຊາ​ຄົມ​ອາ​ຊຽນ​ໃນ​ປະຊາ​ຄົມຂອງບັນດາ​ປະ​ເທດ​ຂອງ​ໂລກ",ກ່າວ​ເນັ້ນ​​ໃນ​ເວລາ​ດຽວ​ກັນ​ທີ່​ອາ​ຊຽນ​ເ​ລັ່ງ​ລັດ​ການ​ກໍ່ສ້າງ​ປະຊາ​ຄົມ​,ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ກັນ​ແລະ​ການ​ປະສານ​ສົມທົບ​ກັນ​ກັບ​ພາຍ​ນອກ,ຍົກ​ບົດບາດ​ຂອງອາ​ຊຽນ​ທີ່​ເປັນ​ອົງການ​ຂອງ​ພາກ​ພື້ນ​ໃນ​ວຽກ​ງານ​ສາກົນ​ໃຫ້​ສູງ​ຂຶ້ນ​.


ຖະ​ແຫຼ​ງການ​ບາ​ຫຼີທີ່​ຮັບຮອງ​ຜ່ານ​ໃນກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ເອີ້ນ​ວ່າ "ຖະ​ແຫຼ​ງ
ການ​​ວ່າ​ດ້ວຍ​ສົນທິສັນຍາບາ​ຫຼີ​ສະບັບ​ທີ3". ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ໜ້າ​ສິ່ງ​ທ້າ​ທາຍ​ໃນ​ໂລກ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ອາ​ຊຽນຈະ​ເຂົ້າ​ຮ່ວມ​ວຽກ​ງານ​ສາກົນ​ຢ່າງ​ຕັ້ງ​ໜ້າ​ພາຍ​ໃຕ້​ຂອບ​ເຂດ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ,​ເສີມ​ຂະຫຍາຍ​ບົດບາດ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ,​ພ້ອມ​ທັງ​ຊຸກຍູ້​ທັດສະນະອາ​ຊຽນ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ,ສ້າງ​ພາ​ບພົດອາ​ຊຽນທີ່​ເປັນ​ອົງການ​ພາກ​ພື້ນ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃນ​ໂລກ.

ຜູ້ນຳ​ຂອງ​ບັນດາ​ປະ​ເທດອາ​ຊຽນກ່າວ​ໃນ​ກອງ​ປະຊຸມ​ວ່າ,ຄວນ​ຮັກສາ​ທ່າ​ອ່ຽງການ​ພັດທະນາທີ່​ດີ​​ໃນ​ປະຈຸ​ບັນໃນການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ,​ເຫັນ​ວ່າບັນດາ​ກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກບໍ່ຄວນ​ປຶກສາ​ຫາລື​ບັນຫາ​ທາງ​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງທີ່ມີ​ຄວາມ​ຂັດ​ແຍ່ງ​ກັນ.

​ໃນ​​ເວລາ​ຖະ​ແຫຼ​ງຂ່າວທີ່​ຈັດ​ຂຶ້ນຫຼັງ​ກອງ​ປະຊຸມ,ທ່ານມາ​ທີ ນາ​ຕາ​ເລ​ກາວາກ່າວ​ວ່າ, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ອາ​ຊຽນຈະ​ວາງ​​ແຜນ​ປະຕິບັດ​ງານ​ອັນລະອຽດ​ໂດຍ​ອີງ​ຕາມ​ "ຖະ​ແຫຼ​ງການ​ບາ​ຫຼີ​"ໃນ​ເທື່ອ​ນີ້,​​ເສີມ​ຂະຫຍາຍ​ບົດບາດ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ເຂົ້າ​ໃນ​ວຽກ​ງານ​ສາກົນ​ດ້ວຍ​ການສະ​ແດງ​ຄວາມ​ຄຶດ​ຄວາມ​ເຫັນດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ