ມູນ​ຄ່າສິນ​ຄ້າຂາ​ເຂົ້າຂາ​ອອກລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ເພື່ອ​ຂຶ້ນ25,7%

(GMT+08:00) 2011-11-18 17:49:48     cri

ຕາມ​ຂ່າວສານ​ຊິນ​ຮວາ, ຕົວ​ເລກ​ທີ່ກົມ​ໃຫຍ່​ພາສີ​ອາກອນ​ແຫ່ງ​ລັດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ17​ພະຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸ​ລາ​ປີ​ນີ້, ມູນ​ຄ່າ​ສິນ​ຄ້າ​ຂາ​ເຂົ້າຂາ​ອອກ​ທີ່​ຈີນ​ມີ​ຕໍ່​ອາ​ຊຽນ​ແມ່ນ295​ຕື້910​ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ25,7%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2010ຜ່ານ​ມາ, ຈີນ​ໄດ້​ເສຍ​ປຽບ​ດຸນການ​ຄ້າ​21​ຕື້170​ລ້ານ​ໂດ​ລາ.

ຕົວ​ເລກນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ຫລາຍ​ກວ່າ​10%,ໃນ​ນັ້ນ, ມູນ​ຄ່າ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຕໍ່​ປະ​ເທດ​ສະມາ​ຊິກ​ອາ​ຊຽນ​ໃໝ່​ເຊັ່ນ,ລາວ, ຫວຽດ​ນາມ, ມຽນມາ, ກໍາປູ​ເຈຍ​ແລະ​ອື່ນໆ​ແມ່ນ39​ຕື້​800​ລ້ານ​ໂດ​ລາ, ​ໄດ້​ເພີ່ມ​ຂຶ້ນ39,5%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ