ນາຍົກ​ຈີນ​ກ່າວ​ເນັ້ນ​ວ່າ, ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້​ນໍາ​ອາ​ຊີ​ຕາ​ເວັນ​ອອກ​ຄວນ​ເຮັດ​ໃຫ້​ຫົວ​ຂໍ້ "ຄວາມ​ສາ​ມັກ​ຄີ,ການ​ພັດທະ​ນາ,ການ​ຮ່ວມ​ມື"ພົ້ນ​ເດັ່ນ​ຂຶ້ນ

(GMT+08:00) 2011-11-18 17:52:27     cri
ວັນ​ທີ17​ພະ​ຈິກ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາ​ຍົກ​ລັດ​ຖະ​ມົນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕ່າງໆ​ຂອງ​ຜູ້​ນໍາ​ອາ​ຊີ​ຕາ​ເວັນ​ອອກ​ຢູ່​ເກາ​ະບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍກ່າວ​ເນັ້ນ​ວ່າ, ພາຍ​ໃຕ້​ສະພາບ​ທີ່​ສະ​ຖາ​ນະ​ການ​ການ​ເມືອງ​ແລະ​ເສດ​ຖະກິດ​ສາກົນ​ສັບສົນ​ແລະ​ຂ້ຽວ​ຂາດ, ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້​ນໍາ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ນີ້​ຄວນ​ເຮັດ​ໃຫ້ຫົວ​ຂໍ້ "ຄວາມ​ສາມັກຄີ, ການ​ພັດທະນາ,ການ​ຮ່ວມ​ມື"ພົ້ນ​ເດັ່ນ​ຂຶ້ນ, ຍຶດໝັ້ນ​ໃຫ້​ອາຊຽນ​ເປັນ​ຜູ້​ນໍາ, ​ເພີ່ມ​ທະວີຄວາມ​ສາມັກ​ຄີ​ແລະ​ກໍາລັງ​ແຮງ​ຂອງ​ກົນ​ໄກ​ອາຊຽນ-ຈີນ, ອາຊຽນ-ຈີນ, ຍີ່ປຸ່ນ,ສ.​ເກົາຫລີ ,ນໍາ​ໃຊ້​ປັດ​ໄຈ​ຕັ້ງໜ້າ​ຕ່າງໆ, ຫລີກລຽງ​ສິ່ງ​ລົບ​ກວນ​ຕ່າງໆ, ​ເລັ່ງລັດກ້າວ​ໄປ​ໜ້າ​ຕາມທິດ​ທາງ​ແລະ​ເປົ້າ​ໝາຍ​ທີ່​ວາງ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ