ຈີນ​ສະ​ແດງ​ຄວາມພໍ​ໃຈ​ຕໍ່ການ​ປະຕິບັດ​ແຜນການ​ປະຕິບັດ​ງານ​ຄວາມ​ປອດ​ໄພ​ນິວ​ເຄຼຍຂອງ​ອົງການ​ປະລະມານູ​ສາກົນ

(GMT+08:00) 2011-11-18 17:57:18     cri

ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ອົງການ​ປະລະມາ​ນູສາ​ກົນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ວຽນ​ຂອງ​ໂອ​ຕຼີສ​ໃນວັນ​ທີ17​ພະຈິກ​ນີ້, ທ່ານ​ຫາງ​ເວີຍ,ຮອງ​ຜູ້​ຕາງ​ໜ້າ​ຈີນ​ປະ​ຈໍາ​ອົງການ​ປະລະມານູສາກົນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່​ການ​ປະຕິ​ບັດ​ແຜນການ​ປະຕິບັດ​ງານ​ຄວາມ​ປອດ​ໄພ​ນິວ​ເຄຼຍຂອງ​ອົງການ​ປະ​ລະມານູສາກົນ.

ໃນ​ກອງ​ປະ​ຊຸມ​ດັ່ງກ່າວ​, ທ່ານ​ເສີງ​ຈີ້ງ​ເຢ້, ຜູ້​ຕາງ​ໜ້າ​ຈີນ​ປະ​ຈໍາ​ສໍາ​ນັກ​ງານ​ນະຄອນ​ຫລວງ​ວຽນ​ຂອງ​ສະ​ຫະ​ປະຊາ​ຊາດ​ແລະອົງການຈັດ​ຕັ້ງ​ສາກົນ​ອື່ນໆ​ກ່າວ​ວ່າ, ການ​ບັນລຸ​ແຫລມ​ເກົາຫລີ​ປອດ​ນິວ​ເຄຼຍ, ການ​ຮັກ​ສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫລມ​ເກົາຫລີ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ແມ່ນຫລັກ​ໝັ້ນ​ອັນ​ໝັ້ນ​ໜຽວ​ຂອງ​ລັດຖະບານ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ