ຊຸດສໍາ​ມະ​ນາ​ທິດ​ສະ​ດີ​ແລະ​ການ​ປະ​ຕິ​ບັດ​ຕົວ​ຈິງ​ທາງ​ດ້ານ​ການ​ພັດທະນາ​ຂອງ​ປະ​ເທດ​ອາຊີ​ໄດ້​ໄຂ​ຂຶ້ນ​ຢູ່​ແຂວງ​ເສ​ສວນ​ຂອງ​ຈີນ

(GMT+08:00) 2011-11-18 18:02:03     cri

ຕາມ​ຂ່າວCRI, ຊຸດສໍາ​ມະ​ນາ​ທິດ​ສະ​ດີ​ແລະ​ການ​ປະຕິບັດ​ຕົວ​ຈິງ​ທາງ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອາຊີ​ໄດ້​ໄຂ​ຂຶ້ນ​ຢູ່​ແຂວງ​ເສ​ສວນ​ຂອງ​ຈີນ​ໃນ​ວັນ​ທີ17​ພະຈິກ​ນີ້. ​ເຈົ້າ​ໜ້າ​ທີ່​ລັດ​ຖະບານ, ຊ່ຽວຊານ​,ແລະ​ນັກວິ​ຊາການ​ທີ່​ມາ​ຈາກ15​ປະ​ເທດ​ສະມາ​ຊິກ​ຂອງ​ກົນ​ໄກ​ສົນທະນາ​ຮ່ວມ​ມື​ອາຊີຫລືACD, ທັງ​ໝົດ30​ຄົນ​ເຂົ້າຮ່ວມ​ຊຸດສໍາ​ມະ​ນາ​ຄັ້ງ​ນີ້. 

 ຊຸດສໍາ​ມະ​ນາ​ຄັ້ງ​ມີ​ມີ​ຫົວ​ຂໍ້​ວ່າ "ການ​ເຕີບ​ໂຕ​ຂອງ​ກະສິກໍາ​ແລະ​ການ​ພັດ​ທະນາ​ຂອງ​ຊົນນະບົດ", ​ໄດ້​ດໍາ​ເນີນ​ການ​ແລກປ່ຽນ​ແລະ​ການ​ສົນ​ທະ​ນາ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ທີ່​ປະ​ເທດ​ສະມາຊິກACD​ປະ​ສົບ​ໃນ​ຂະ​ບວນ​ເສດ​ຖະກິດ​ກະສິກໍາ​ເຕີບ​ໂຕ​ແລະ​ຊົນ​ນະບົດ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຕໍ່​ເນື່ອງ.ຊຸດ​ສໍາ​ມະ​ນາຄັ້ງ​ນີ້ລວມ​ທັງ​ການ​ສົນທະນາ​ທີ່ມີ​ຫົວ​ຂໍ້​ສະ​ເພາະ, ການ​ວິ​ເຄາະຕົວຢ່າງ, ການສະ​ແດງ​ທາງ​ວິ​ດີ​ໂອ​ແລະ​ການ​ສໍາ​ຫລວດ​ຢູ່​ສະ​ໜາມ,ຖື​ການ​ປະ​ຕິບັດ​ຕົວ​ຈິງ​ທາ​ງດ້ານການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແລະ​ພັດທະນາ​ຂອງ​ແຂວງ​​ເສ​ສວນ​ເປັນ​ຕົວຢ່າງ, ສະ​ແດງ​ໃຫ້​ເຫັນ​ຮູບ​ແບບ​ໃນ​ການ​ປະຕິບັດ​ແລະ​ຜົນ​ສໍາ​ເລັດ​ຂອງ​ນະໂຍບາຍ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ​ແລະ​ພັດທະນາ​ຂອງ​ຈີນ. ຊຸດ​ສໍາ​ມະ​ນາ​ຄັ້ງ​ນີ້​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ກາ​ນຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຫລຸ​ກຜ່ອນ​ຄວາມທຸກຍາກ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ສະມາຊິກACD.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ