ນາຍົກ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນຄັ້ງ​ທີ14

(GMT+08:00) 2011-11-18 18:11:43     cri

ວັນ​ທີ18​ພະ​ຈິກ​ນີ້, ຢູ່​ເກາະ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນ-ຈີນຄັ້ງ​ທີ​14, ​ແລະ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການລົງ​ເລິກ​ການ​ຮ່ວມ​ມືທີ່ມີ​ການ​ປະຕິບັດຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, 20ປີ​ທີ່​ຜ່ານ​ມາ, ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຢ່າງ​ຫລວງຫລາຍ, ມີ​ຜົນ​ສະທ້ອນ​ອັນ​ຕັ້ງໜ້າ​ແລະ​ເລິກ​ເຊິ່ງ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງ​ອາຊີ​ກໍ​ຄື​ທົ່ວ​ໂລກ.ປະ​ຈຸ​ບັນ, ຈີນ​ແລະ​ອາ​ຊຽນ​ຈະ​ຖື​ການ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ແລະ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ເປັນ​ໜ້າທີ່​ສໍາຄັນ​ທີ່​ສຸດ, ຍຶດໝັ້ນ​ໃຫ້​ອາ​ຊຽນ​ນໍາ​ພາ​ຄວາມ​ຄືບ​ໜ້າ​ທາງ​ດ້ານ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ, ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ໃນຂົງ​ເຂດ​ຫລາຍ​ຝ່າຍ, ​ພະ​ຍາຍາມ​ເພື່ອ​ຊຸກຍູ້​ການ​ສ້າງ​ລະ​ບຽບ​ໃໝ່​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ​ສາກົນ​ອັນ​ຍຸດຕິ​ທໍາ​ແລະ​ສົມ​ເຫດ​ສົມ​ຜົນ. ຈີນ​ຍິນ​ດີ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ​ຕະຫລອດ​ໄປກັບ​ອາ​ຊຽນ​.

ທ່ານ​ເວີນ​ເຈ່ຍ​ປາວ​ຍັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາຊຽນ, ຄື, ສອງ​ຝ່າຍ​ຄວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ການ​ຄ້າ​ແລະ​ການ​ລົງທຶນ, ຖື​ກາ​ນກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໄວ້​ຢູ່​ໃນ​ຖານະ​ສໍາ​ຄັນ​ກວ່າ​ໝູ່, ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເງິນ, ບຸກ​ເບີກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ທາງ​ດ້ານທະ​ເລ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາ​ສາດ​ເຕັກໂນ​ໂລ​ຊີ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສັງຄົມ​ແລະ​ຊີວິດ​ການ​ເປັນ​ຢູ່ຫລາຍກວ່າ​ເກົ່າ.

ໃນ​ມື້​ດຽວ​ກັນ, ຜູ້​ນໍາ​ປະ​ເທດ​ອາ​ຊຽນທີ່​ເຂົ້າຮ່ວມ​ປະຊຸ​ມ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ຂະ​ບວນການ​ພັດທະນາ​ແລະ​ຜົນ​ສໍາ​ເລັດ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາຊຽນ​ໃນ20​ປີຜ່ານມາ, ຍ້ອງ​ຍໍ​ຊົມ​ເຊີຍຈີນ​ປະຕິ​ບັດ​ນະ​ໂຍບາຍທີ່ມີ​ໄມ​ຕີ​ຈິດ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ເປັນ​ເວລາ​ຍາວ​ນານ, ​ໃຊ້​ການ​ປະຕິບັດ​ຕົວ​ຈິງ​ສະ​ໜັບ​ສະ​ໜູນ​ການ​ພັດທະນາ​ຂອງ​ປະ​ເທດ​ອາ​ຊຽນ​ແລະ​ການ​ສ້າງ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ແລະ​ສະ​ແດງ​ວ່າ​ປະ​ເທດ​ຕ່າງໆ​ໃນ​ອາຊຽນຍິນດີ​ຮ່ວມ​ກັບ​ຈີນ​ສະ​ໜັບສະ​ໜູນ​ເຊິ່ງກັນ​ແລະ​ກັນ,ປະ​ສານ​ງານ​ຢ່າງ​ໃກ້ຊິດ, ຍົກ​ສູງ​ລະດັບ​ກາ​ນຮ່ວມມື​ທີ່​ຕິດ​ແທດ​ຕົວ​ຈິງ​ຢ່າງຮອບດ້ານ, ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນຕິ​ພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ພາກພື້ນ​ແລະ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ