ຄະນະ​ຜູ້​ແທນຊາວ​ໜຸ່ມ​ອາວຸ​ໂສ​ຂອງ ສປ ຈີນ​​ມາ​ຢ້ຽມ​ຢາມສູນ​ກາງ ຊປປລ

(GMT+08:00) 2011-11-18 18:28:03     cri

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 18 ພະ​ຈິກ​ນີ້, ທີ່​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະ​ຕິ​ວັດ​ລາວ ທ່ານ ດຣ ຄໍາ​ຜາ ພິມ​ມະ​ສອນ ຄະນະ​ເລຂາທິການ​ສູນ​ກາງ​ຊາວ​ໜຸ່ມ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ​ພ້ອມດ້ວຍຄະ​ນະ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽ​ມຂໍ່ານັບ ຂອງ​ຄະ​ນະຜູ້​ແທນ​ຊາວ​ໜຸ່ມສູນ​ກາງ​ຂອງ​ຈີນ ​ເຊິ່ງ​ນຳ​ໂດຍ​ທ່ານ​ເມິງ ຈີ​ສາງ ​ຮອງ​ຫົວໜ້າ​ສູນ​ຂໍ້​ມູນຂ່າວສານ​ວິທະ​ຍຸ​-ໂທລະ​ພາບ​ແຫ່ງ​ຊາດ​ຈີນ​ ໃນ​ໂອກາດທີ່​ມາ​ຢ້ຽມ​ຢາມ​ລາວ​​ແຕ່​ວັນ​ທີ 17 – 19 ພະ​ຈິກ​ນີ້.

ໃນ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຄັ້ງ​ນີ້, ທ່ານ ດຣ ຄໍາ​ຜາ ພິມ​ມະ​ສອນ​ໄດ້​ຕີ​ລາຄາ​ສູງ​ແລະສະ​ແດງ​ຄວາມ​ຍິນ​ດີ ຕໍ່​ການ​ຢ້ຽມຢາມ​ຂອງ​ຄະນະ​ຊາວ​ໜຸ່ມ​ສູນ​ກາງ​ຂອງ​ຈີນ​ໃນ​ຄັ້ງ​ນີ້, ທ່ານ​ກ່າວ​ວ່າ: ການ​ມາ​ຢ້ຽມຍາມ​ເທື່ອ​ນີ້​​ເປັນ​ການ​ປະກອບສ່ວນ​ໃນ​ການ​ເພີ່ມ​ທະວີສາຍ​ພົວພັນ​ມິດ​ຕະພາບ​ແລະ​ການ​ຮ່ວມ​ມືທີ່​ມີມາ​ແຕ່​ດົນ​ນານ​ລະ​ຫວ່າງ​ລາວ - ຈີນ ກໍ​ຄື​ຂອງ​ສອງ​ຄະ​ນະ​ຊາວໜຸ່ມ, ​ປີ​ນີ້ມີ​ຄວາມ​ໝາຍ​ດ້ານປະ​ຫັວດສາດ​ໃນ​ການສະ​​ເຫຼີມສະ ຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​​ການ​ທູດລາວ-ຈີນ ຄົບຮອບ 50 ປີ

ໃນ​ໄລ​ຍະ​ຜ່ານ​ມາຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ​ ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຊາວ​ໜຸ່ມ​ລາວ​ຕະ​ຫຼອດ​ມາ​, ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ທີ່​ສຸດ​ໃຫ້​ຊາວ​ໜຸ່ມ​ລາວ​ເຊັ່ນ: ຊ່ວຍ​ເຫຼືອ​ສ້າງ​ຕຶກອາຄານ​ໃນ​ການ​ຮຽນພາສາ​ຈີນ, ການ​ເຝິກອົບຮົມ, ທືນທັດສະນະ​ສຶກສາ​ໃນ​ແຕ່ລະ​ປີ ນອນ​ນັ້ນ​ຊາວ​ໜຸ່ມ​ສອງ​ປະ​ເທດ​ຊາຍ​ແດນ​ຍັງມີ​ການ​ແລກປ່ຽນ​ກັນ​ຕະຫຼອດ​ມາ

ໃນ​ໂອກາດ​ດຽວ​ກັນ​ນີ້, ທ່ານ ​ເມີງ​ ຈີ​ຈາງ (MENG jichang) ໄດ້ສະ​ແດງ ​ຄວາ​ມຂອບ​ໃຈ​ຢ່າງ​ສູງ​ຕໍ່ ທ່ານ ດຣ ຄໍາ​ຜາ ພິມ​ມະ​ສອນ ພ້ອມ​ຄະນະ​ທີ່ໄດ້​ໃຫ້​ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ແລະ​ເປັນ​ກຽດ​ຢ່າງສູງ​. ທ່ານ​ກ່າວ​ວ່າ: ນີ້​ເປັນ​ໝາກຜົນ​ການ​ພົວພັນ​ລະ​ຫ່ວາງ​ຈີນ-​ລາວ, ພວກ​ເຮົາ​ຈະ​ເສີມ​ຂະຫຍາຍ​ສາຍພົວພັນ​ ພ້ອມ​ທັງ​ຈະ​ເພີ່ມ​ທະວີ​ຮັດ​ແໜ້ນສາຍ​ພົວພັນ​ແລະ​ການ​ຮ່ວມ​ມືລະ​ຫ່ວາງ​ຄະນະ​ຊາວ​ໜຸ່ມ​ສອງ​ປະ​ເທດ​ໃຫ້​ເພີ່ມ​ທະວີ​ຂື້ນຕາມ​ທິດ​ຊີ້​ນຳ​ຂອງ​ພັກ - ລັດຖະ​ບານ​ຂອງ​ທັງ​ສອງ​ປະ​ເທດ​.

ນອກ​ນີ້, ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ດັ່ງ​ກ່າວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸ​ມປືກສາ​ຫາລື​ພົບ​ປະ​ສອງ​ຝ່າຍກ່ຽວ​ກັບ​ການ​ຮ່ວມ​ມື. ກອງ​ປະຊຸມ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ຮ່ວມ​ມື ກໍ​ຄື​ການ​ຊ່ວຍ​ເຫຼືອ​ຂອງ​ຊາວ​ໜຸ່ມ​ຈີນ​​ໃນ​ໄລ​ຍະ​ຜ່ານ​ມາ ​ແລະ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​​ສອງ​ຝ່າຍ​ເພື່ອ​ເຮັດ​ໃຫ້​ການ​ຮ່ວມ​ມື​ລະ ຫວ່າງ​ສອງ​ຊາດ​ລາວ -ຈີນ ກໍ​ຄື​ຂອງ​ຄະ​ນະ​ຊາວໜຸ່ມທັງ​ສອງ​ປະ​ເທດ​ໃຫ້​ສູ່​ລວງ​ເລິກ ຍາວ​ນານ​ແລະໝັ້ນຄົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ