ຜູ້ນຳ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ, ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ນີ້​ບໍ່​ຄວນ​ປຶກສາ​ຫາລື​ບັນຫາທາງ​ດ້ານການ​ເມືອງ​ແລະ​ຄວາມໝັ້ນຄົງທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ

(GMT+08:00) 2011-11-18 11:26:52     cri
ຕອນ​ຄ່ຳ​ວັນ​ທີ17​ພະຈິກ​ນີ້, ຢູ່​ເກາະ​ບາ​ຫຼີ, ທ່ານຫຼິວ​ເຈິ້ນ​ໝິນ ຜູ້​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ການ​ພົບ​ປະ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ ​ກັບ​ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ, ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ນີ້​, ບໍ່​ຄວນ​ປຶກສາ​ຫາລືບັນຫາ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ.

ພາຍຫຼັງ​ເດີນທາງ​ໄປ​ຮອດ​ເກາະ​ບາ​ຫຼີ​ແລ້ວ, ທ່ານ​ເວີ່ນ​ເຈຍ​ປາວ ​ໄດ້​ດຳ​ເນີນ​ການເຈລະຈາ​ກັບ​ທ່ານ​ຊູຊີ​ໂລ ປະ​ເທດ​ປະທານ​ໝູນວຽນ​ອາຊ​ຽນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ຜູ້ນຳ​ສອງ​ປະ​ເທດ​ໄດ້ມີ​ຄວາມ​ຮັບ​ຮູ້​ຄື​ກັນທີ່​ສຳຄັນ​ກ່ຽວ​ກັບ​ການຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ທ່ານຫຼິນ​ເຈິ້ນ​ໝິນກ່າວ​ວ່າ:

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບບາງປະ​ເທດ​ທີ່​ກ່ຽວຂ້ອງ​ຂອງ​ອາຊ​ຽນ, ຄວນ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ເຈລະຈາ​ກັນ​ເພື່ອ​ແກ້​ໄຂ​ບັນຫາ. ​ໃນ​ປີ2002, ຈີນ​ແລະ​ອາຊ​ຽນກໍ​ໄດ້​ລົງ​ລາຍ​ເຊັນ​ໃນ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ປພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້, ​ເດືອນ​ກໍລະກົດ​ປີ​ນີ້, ກໍ​ໄດ້​ມີ​ຄວາມ​ເຫັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ເຂັມທິດ​ຊີ້​ນຳ​ໃນ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້. ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ຈະ​ອອກ​ແຮງ​​ພະຍາຍາມ​ຮ່ວມ​ກັນກັບປະ​ເທດ​ອາຊ​ຽນ, ​ເພື່ອ​ປຶກສາ​ຫາລື​ແລະ​ວາງ​ຫຼັກ​ມາດຖານ​ວ່າ​ດ້ວຍ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້, ນີ້​ແມ່ນ​ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສົ່ງ​ສັນຍາ​ສຳຄັນ​ແລະ​ຕັ້ງໜ້າ ພາຍຫຼັງ​ທ່ານ​ເດີ​ນທາງ​ໄປ​ຮອດ​ເກາະ​ບາ​ຫຼີ. ​ໃນ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ​ຈີນ, ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ຈະ​ກ່າວ​ຄຳ​ປາ​ໄສ​ສຳຄັນ ​ກ່ຽວ​ກັບ​ຈີນ​ຈະ​ອອກ​ແຮງ​ຮ່ວມ​ກັນ​ກັບປະ​ເທດ​ອ້ອມ​ຂ້າງ​ເຈລະຈາ​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ອອກ​ແຮງ​ຊຸກ​ຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານຫຼິນ​ເຈິ້ນໝິນຍັງ​ກ່າວ​ວ່າ, ​ໃນ​ລະຫວ່າງການ​ພົບ​ປະ, ທ່ານ​ຊູຊີ​ໂລ​ກ່າວ​ວ່າ, ຫວັງ​ຢາກ​ໃຫ້​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ສາມາດ​ຮັກສາ​ຄວາມ​ສາມັກຄີ, ຫຼີກ​ເວັ້ນການ​ແຕກແຍກ, ສາມ​າດສືບ​ຕໍ່​ແລກປ່ຽນ​ຄວາມ​ເຫັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​ຂອງ​ອາຊີ​ຕາ​ເວັນ​ອອກ, ບໍ່​ປຶກສາ​ຫາລື​ບັນຫາ​ການ​ເມືອງ​ແລະຄວາມ​ໝັ້ນຄົງ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ, ຍິ່ງ​ບໍ່​ຄວນ​ປຶກສາ​ຫາລື​ບັນຫາວິຊາ​ການ, ​ເຊັ່ນບັນຫາ​ທະ​ເລ​ຈີນ​ໃຕ້. ຜູ້ນຳ​ປະ​ເທດ​ອາຊ​ຽນ​ເຫັນ​ດີ​ນຳ​ໂດຍ​ຕະຫຼອດ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ບໍ່​ຄວນ​ປຶກສາ​ຫາລື​ບັນຫາ​ການ​ເມື​ງ​ແລະ​ຄວາມ​ໝັ້ນຄົງ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ