IAEAສົ່ງ​ຄະນະ​ຜູ້​ແທນ​ໄປ​ອີຣານ​ເພື່ອປຶກສາ​ຫາລື​ກ່ຽວ​ກັບບັນຫາ​ນິວ​ເຄຼຍກັບອີຣານ

(GMT+08:00) 2011-11-18 11:31:13     cri
ວັນ​ທີ17​ພະຈິກ​ນີ້, ຢູ່​ນ​ະຄອນ​ວຽນ, ທ່ານ​ຢູກິ​ຢາ ອາມາ​ໂນ ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ ຫຼື IAEA ກ່າວ​ວ່າ, ຈະ​ສົ່ງ​ຄະນະ​ຜູ້​ແທນ​ລະດັບ​ສູງ ​ໂດຍ​ແມ່ນ​ທ່ານ​ເຮີ​ມານ ນັກ​ເກ​ເອີ​ດສ໌ ຮອງ​ຜູ້ອຳນວຍການ​ໃຫຍ່IAEA ​ເປັນ​ຫົວໜ້າ​ຄະນະ ​ໄປຍັງ​ອີຣານ, ​ເພື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບບັນຫາ​ນິວ​ເຄຼຍອີຣານທີ່​ຄົງ​ຄ້າງ​ຢູ່.

​ໃນ​​ເວລາ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຢູກີ​ຢາ ອາມາ​ໂນ ກ່າວ​ວ່າ, ການສົນທະນາກັບ​ອີຣານຈະ​ເລີ່​ມຂຶ້ນ​ໃນ​ໄວໆ​ນີ້, ​ແລະ​​ເຫັນ​ວ່າ, ການດຳ​ເນີນ​ການ​ສົນທະນາແບບ​ນີ້​ແມ່ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອີຣານ.

ມື້​ດຽວ​ກັນ, ຢູ່​ນະຄອນຫຼວງ​ມົສກູ, ທ່ານ​ເຊີ​ເກ ລາ​ຟຣົຟ ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍກ່າວ​ວ່າ, ຣັດ​ເຊຍ​ຫວັງ​ຢາກ​ໃຫ້​ມະຕິ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານທີ່6​ຝ່າຍ​ຕົກລົງ​ກັນ  ​ຖືກ​ຮັບຮອງ​ໃນ​ກອງ​ປະຊຸມ​ຂອງIAEA ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ18​ພະຈິກ​ນີ້. ທ່ານ​ເຫັນ​ວ່າ, ມະຕິ​ດັ່ງກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ລວມຂອງ6​ປະ​ເທດ ຄື ຣັດ​ເຊຍ, ຈີນ, ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ​ແລະ​ເຢຍລະ​ມັນ ​ທີ່​ເຂົ້າ​ຮ່ວມ​ການ​ໄກ່​ເກ​ຍ່ບັນຫາ​ນິ​ວ​ເຄຼຍອີຣານ, ຊຸກ​ຍູ້ໃຫ້​ອີຣານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ກັບIAEAຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ